覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈີນ​ໄດ້​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ ​ມະ​ນຸດ​ສະ​ທຳ​ງວດ​ທຳ​ອິດ​​ໃຫ້ອິນ​ໂດ​ເນ​ເຊຍແລ້ວ

2018-10-10 11:06:35 cri

ເຄື່ອງ​ຊ່ວຍ​ເຫຼືອ​ແບບ​ມະ​ນຸດ​ສະ​ທຳ​ງວດ​ທຳ​ອິດ​ທີ່​ລັດ​ຖະ​ບານ​ຈີນມອບ​ໃຫ້​ອິນ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ເພື່ອ​ຊ່ວຍ​ເຫຼືອ​ເຂດ​ປະ​ສົບ​ໄພ​​ພິ​ບັດແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ສຶ​ນາ​ມິ​ແຂວງ​​ສຸ​ລາ​ເວ​ສີ​ກາງ​ໄດ້​ຂົນ​ສົ່ງ​ເຖິງ​ສະ​ໜາມ​ບິນ​ບາ​ລິກ​ປາ​ປານ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ຕອນ​ບ່າຍ​ວັນ​ທີ 9 ຕຸ​ລາ​ນີ້.
 

 ວັນ​ທີ 28 ກັນ​ຍາ​ຜ່ານ​ມາ, ແຂວງ​ສຸ​ລາ​ເວ​ສີ​​ກາງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ສຶ​ນາ​ມິ​ຢ່າງ​ຮຸນ​ແຮງ ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ຢ່າງຫຼວງຫຼາຍ​ແລະສ້າງ​ຜົນ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ໜັກ​ໜ່ວງ. ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ອິນ​ໂດ​ເນ​ເຊຍ, ລັດ​ຖະ​ບານ​ຈີນ​ຕັດ​ສິນ​ໃຈ​ສະ​ໜອງ​ເຄື່ອງ​ຊ່ວຍ​ເຫຼືອ​ຕ່າງໆເຊັ່ນ ຕູບ​ຜ້າ​ເຕັ້ນ,ເຄື່ອງ​ກັ່ນ​​ກອງນ້ຳ, ເຄື່ອງ​ສີດ​ຢາ,ຈັກ​ຜະ​ລິດ​ໄຟ​ຟ້າ​ແລະ​ອື່ນໆ​ໂດຍ​ແບ່ງ​​ການ​ຂົນ​ສົ່ງ​ເປັນ​ແຕ່​ລະ​ງວດ​ດ້ວຍ​ຍົນ​ເໝົາ​ລຳ​ໄປ​ອິນ​ໂດ​ເນ​ເຊຍ​ຕາມ​ລຳ​ດັບ.
 

 ຈີນ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ອິນ​ໂດ​ເນ​ເຊຍ​ເພື່ອ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໃນ​ການ​ກູ້​ໄພ​ແລະ​ສ້າງ​ສາ​ພັດ​ທະ​ນາ​ຄືນ​ໃໝ່ຫຼັງ​ໄພ​ພິ​ບັດ.
 

 ອົງ​ການ​ກູ້​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ແຈ້ງ​ໃຫ້​ຊາບ​ວ່າ, ມາ​ຮອ​ດ​ວັນ​ທີ 9 ຕຸ​ລາ​ນີ້, ແຜ່ນ​ດິນ​ໄຫວ​ແລະ​ຄື້ນສຶ​ນາ​ມິ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງສຸ​ລາ​ເວ​ສີ​​ກາງ​ ​ມີ​ຜູ້​ເສຍ​ຊີ​ວິດ 2010 ຄົນ, ເກືອບ 83.000 ຄົນ​ຖືກ​ຍົກ​ຍ້າຍ​ໄປ​ສະ​ຖານ​ທີ່​ປອດ​ໄພ​ເປັນ​ການ​ຊົ່ວ​ຄາວ.

ຄຳ​ເຫັນ

0