黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ເດີນ​ທາງ​ຢ້ຽມ​ຢາມ​ສາມ​ປະ​ເທດ​ອາ​ຊີ​-​ເອີ​ຣົບ

2018-10-11 15:49:51 cri

     ຕອນ​ເຊົ້າ​ວັນ​ທີ 11 ຕຸ​ລາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ດ້ວຍ​ເຮືອ​ບິນ​ພິ​ເສດ, ເພື່ອເຂົ້າ​ຮ່ວມກອງ​ປະ​ຊຸມ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 17 ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​, ​ແລະຢ້ຽມ​ຢາມ​ຕາ​ຊີ​ກີສະ​ຖານ,ໂຮນ​ລັງ​ຢ່າງ​ເປັນ​ທາງ​ການ, ພ້ອມ​ທັງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 12 ແລະ​ຢ້ຽມ​ຢາມ​​ເຮັດ​ວຽກ​ຢູ່ແບນ​ຊິກ. ນີ້​ແມ່ນ​​ການ​ເດີນ​ທາງຢ້ຽມ​ຢາມ​​ຕາ​ຊີ​ກີສະ​ຖານ,ໂຮນ​ລັງ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ຫຼີ​ເຄີ້​ສຽງ​ຫຼັງ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ທັງ​ເປັນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຄັ້ງ​ສຳ​ຄັນ​ຂອງ​ຈີນ​ທີ່​ຜະ​ເຊີນ​ກັບ​ເຂດ​ອາ​ຊີ-ເອີ​ຣົບ. ການ​ຢ້ຽມ​ຢາມ​ເທື່ອ​ນີ້ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວຈິງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຕື່ມ​ອີກ​ແລະ​ລົງ​ເລິກ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ແລະ​ຕ​າ​ຊີ​ກີສະ​ຖານໃຫ້​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ໂຮນ​ລັງ, ແບນ​ຊິກ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ແລະ​ຕໍ່​ເນື່ອງ, ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີນ​ແລະ​ເອີ​ຣົບ, ເພີ່ມ​ພະ​ລັງ​ແຮງ​ໃໝ່​ແລະ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊີ​ແລະ​ເອີ​ຣົບ.

ຄຳ​ເຫັນ

0