吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິນຄ້າ​ນຳ​ເຂົ້າ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ງານ​ຊື້​ຂາຍສິນຄ້າ​ກວາງ​ໂຈ່​ວຈີນ​ຄັ້ງ​ທີ 124

2018-10-16 16:36:28 CRI

ວັນ​ທີ 15 ຕຸລາ​ນີ້, ງານຊື້​ຂາຍ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຈີນ​ຄັ້ງ​ທີ 124 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວ​ແຂວງ​ກວາງ​ຕຸ່ງຈີນ, ວິ​ສາ​ຫະກິດ​ທີ່​ນຳ​ເອົາ​ສິນຄ້າ​ນຳ​ເຂົ້າມາ​ວາງສະ​ແດງ​ໃນ​ງານ​ສືບ​ຕໍ່​ເພີ່ມ​ຂຶ້ນ, ການ​ເປັນ​ມື​ອາ​ຊີບ ​ແລະ​ການ​ເປັນ​ສາກົນ​ຂອງ​ງານ​ວາງສະ​ແດງສິນຄ້າ​ນຳ​ເຂົ້າ​ກໍ​ໄດ້​ຍົກ​ລະດັບ​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.

ທ່ານສູປິ່ງ ​ໂຄສົກ​ງານ​ຊື້​ຂາຍ​ສິນຄ້າ​ຄັ້ງ​ນີ້​ກ່າວ​ວ່າ: ​ນັບ​ແຕ່​ຕົ້ນ​ປີ 2018 ​ເປັນ​ຕົ້ນ​ມາ, ຈີນ​ຕັ້ງໜ້າ​ເປີດ​ກວ້າງ​ການ​ນຳ​ເຂົ້າຢ່າງ​ເປັນ​ເຈົ້າການ. ງານ​ຊື້​ຂາຍ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຈີນ​ຄັ້ງ​ທີ 124 ສືບ​ຕໍ່​ຍົກ​ລະດັບຄວາມ​ສາມາດ​ຈັດ​ງານ​ວາງສະ​ແດງສິນຄ້າ​ນຳ​​ເຂົ້າ​ໃຫ້​ສູງ​ຂຶ້ນ ​ເຊິ່ງມີ​ວິ​ສາ​ຫະກິດ 636 ​ແຫ່ງ​ຈາກ 34 ປະ​ເທດ ​ແລະ​​ເຂດ​ແຄວ້ນເຂົ້າ​ຮ່ວມ​ງານ​, ​ເພີ່ມຂຶ້ນ 19 ​ແຫ່ງ​ທຽບ​ໃສ່​ຄັ້ງ​ຜ່ານ​ມາ.

ທ່ານສູ​ປິ່ງ​ກ່າວ​ຕື່ມ​ວ່າ: ການ​ເປັນ​ມື​ອາຊີບ ​ແລະ​ການ​ເປັນ​ສາກົນ​ຂອງ​ງານ​ວາງສະ​ແດງສິນຄ້າ​ນຳ​ເຂົ້າ​ຄັ້ງ​ນີ້​ກໍ​ໄດ້​ຍົກ​ລະດັບ​ສູງ​ຂຶນ​ຢ່າງ​ໜັກ​ແໜ້ນ ​ເຊິ່ງ​ໄດ້​ຊຸກຍູ້​ບັນດາ​ປະ​ເທດ​ໃນ​ໂລກ​ສົ່ງ​ອອກ​ສິນຄ້າ​ໃຫ້​ຈີນ ​ແລະ​ການ​ເຕີບ​ໂຕ​ດ້ານການ​ຄ້າ​ໃນ​ທົ່ວ​ໂລກ, ງານ​ຊື້​ຂາຍສິນ​ຄ້າຂາ​ເຂົ້າຂາ​ອອກ​ຈີນ​ໄດ້​ກາຍ​ເປັນ​ເວທີ​ການ​ຄ້າ​ສາກົນ​ແບບ​ເປີດ​ປະຕູ “ຊື້​ສິນຄ້າ ​ແລະ​ຂາຍ​ສິນຄ້າ​ທົ່ວ​ໂລກ”.

ຄຳ​ເຫັນ

0