黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍບໍລິສັດ​ຕອບ​ໂຕ້​ສື່​ອາ​ເມຣິກາ​​ທີ່​​ໃສ່​ຮ້າຍ​ປ້າຍ​ສີ​ວ່າ​ຈີນຝັງ​ຊິ​ບສືບ​ຂ່າວໃສ່​ຜະລິດ​ຕະພັນຂອງບໍລິສັດ​ອາ​ເມຣິກາ

2018-10-16 17:34:17 CRI

ວາ​ລາ​ສານທຸລະ​ກິດ​ລາຍ​ອາທິດ​ບຼຸມ​ເບີກ ຫຼື Bloomberg Businessweek ຂອງ​ອາ​ເມຣິກາ​ໄດ້​ລາຍ​ງານ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ຝ່າຍ​ຈີນ​ໄດ້​ຝັງ​ຊິ​ບຂະໜາດ​ນ້ອຍໆ​ຊະນິດ​ໜຶ່ງ​ເຂົ້າ​ໃສ່​ຜະລິດ​ຕະພັນ​ຂອງ​ບໍລິສັດ​ອາ​ເມຣິກາປະມານ 30 ​ແຫ່ງ​ເພື່ອ​ຫວັງ​ຈະ​ສືບ​​ເອົາ​ຂ່າວ​ລັບ. ​ແຕ່​ບໍລິສັດ​ທີ່​ກ່ຽວຂ້ອງ​ຕາມ​ການ​ລາຍ​ງານ​ຂ່າວ​ດັ່ງກ່າວ ​ເຊັ່ນ: ​ແອບ​ເປີ​ນ, ອາ​ເມ​ຊອນ ​ເປັນຕົ້ນຕ່າງ​ກໍ​ອອກ​ຖະ​ແຫຼງການ​ຢ່າງ​ວ່ອງ​ໄວ ​ໂດຍ​ໄດ້​ປະຕິ​ເສດວ່າ​ຜະລິດ​ຕະພັນ​ຂອງບໍລິສັດ​ຕົນບໍ່​ໄດ້​ຖືກຝັງ​ຊິ​ບ​ເຂົ້າ​ໄປ​ຂ້າງ​ໃນຕາມ​ທີ່​ເປັນ​ຂ່າວ ​ແລະ ຕຳ​ໜິການ​ລາຍ​ງານ​ຂ່າວ​ດັ່ງກ່າວທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ແຕ່​ປະການ​ໃດ.

ຖະ​ແຫຼງການ​ຂອງ​ບໍລິສັດ​ແອບ​ເປີ​ນ ລະບຸ​ວ່າ: ​ໃນ​ໜຶ່ງ​ປີຜ່ານມາ, ບຼຸມ​ເບິ​ກ ​ໄດ້​ລາຍ​ງານ​ຂ່າວຫຼາຍ​ເທື່ອ​ວ່າ​ເກີດ​ເຫດການ​ຄວາມ​ບໍ່ປອດ​ໄພ​ທີ່​ກ່ຽວ​ພັນ​ເຖິງ​ບໍລິສັດ​ແອບ​ເປີ​ນ ​ແຕ່​ທາງ​ບໍລິສັດ​ຕົນ​ບໍ່​ເຄີຍ​ຄົ້ນພົບ​ຊິ​ບຕາມ​ເຈຕະນາ​ຮ້າຍ​, ຮ່ອງຮອຍ​ຄວບ​ຄຸມ​ຮາດ​ແວ ຫຼື ຊ່ອງ​ຫວ່າງ​ທີ່ຖືກ​ຝັງ​ໄວ້ໃນ​ເຊີ​ເວີຈັກ​ເທື່ອ ​ແລະ ກໍ​ບໍ່​ເຄີຍ​ພົວພັນ​ກັບ​ສຳນັກງານສືບສວນ​ແຫ່ງ​ຊາດ​ສະຫະລັດ(FBI) ຫຼື ອົງການ​ປະຕິບັດ​ກົດໝາຍ​ອື່ນໆຂອງ​ອາ​ເມຣິກາ​ຍ້ອນ​ເຫດການ​ຄ້າຍຄື​ທີ່​ກ່າວ​ມານັ້ນຈັກ​ເທື່ອ. ນອກ​ນີ້, ບໍລິ​ສັດ​ແອບ​ເປີ​ນ ຍັງ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ລັດຖະສະພາ​ອາ​ເມຣິກາ ​ໂດຍ​ຖະ​ແຫຼງອີກ​ເທື່ອ​ໜຶ່ງ​ວ່າ: ຕົນ​ບໍ່​ເຄີຍ​ຄົ້ນພົບຫຼັກຖານ​ໃດໆ​ເພື່ອ​ເປັນ​ການ​ຢັ້ງຢືນ​ບັນຫາ​ຄວາມ​ປອດ​ໄພໃນ​ການ​ລາຍ​ງານ​ຂ່າວ​ຂອງບຼຸມ​ເບີ​ກຈັກ​ເທື່ອ​ເລີຍ.

ຂະນະ​ທີ່​ບໍລິສັດ​ອາ​ເມ​ຊອນ ກໍ​ໄດ້​ອອກ​ຖະ​ແຫຼງການ​ວ່າ: ການ​ລາຍ​ງານ​ຂ່າວ​ຂອງບຼຸມ​ເບິ​ກບໍ່​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ. ອາ​ເມ​ຊອນບໍ່​ເຄີຍ​ຄົ້ນພົບ​ຫຼັກຖານ​ໃດໆ​ທີ່​ກ່ຽວ​ພັນ​ເຖິງ​ການ​​ປ່ຽນ​ແປງ​ຮາດ​ແວ ຫຼື ຝັງ​ຊິ​ບ​ເຂົ້າ​ໃສ່​ດ້ວຍ​ເຈຕະນາ​ຮ້າຍ ​ໃນ​ mainboard ຂອງ​ຜະລິດ​ຕະພັນ​ບໍລິສັດ​ຕົນຈັກ​ເທື່ອ ​ແລະ ກໍ​ບໍ່ມີ​ການ​ຮ່ວມ​ມື​ກັບ​ລັດຖະບານ​ເພື່ອສືບສວນ​ເຫດການ​ດັ່ງກ່າວ​ຈັກ​ເທື່ອ​ເລີຍ. ຖະ​ແຫຼງການ​ຍັງ​ລະບຸ​ຕື່ມ​ວ່າ: ​ເນື້ອ​ໃນ​ກ່ຽວ​ກັບ​ບໍລິສັດ​ອາ​ເມ​ຊອນ​ໃນການ​ລາຍ​ງານ​ຂ່າວ​ທີ່​ກ່ຽວຂ້ອງນັ້ນມີ​ຄວາມ​ຜິດພາດ​ຈົນ​ນັບ​ບໍ່​ຖ້ວນ.

ນອກ​ນີ້, ບໍລິສັດ​ທຸລະ​ກິດ​​ໂທລະ​ຄົມ​ການ​ສື່ສານ​ອີກ 3 ​ແຫ່ງ​ຂອງ​ອາ​ເມຣິກາ ຄື ບໍລິສັດ AT&T Inc, ບໍລິສັດ​ສະປຣິນ ຄອບ(Sprint Corp) ​​ແລະ ບໍລິສັດ​ເວີຣີຊອນ(Verizon) ຕ່າງ​ກໍ​ໄດ້​ອອກ​ຖະ​ແຫຼງການ ​ເພື່ອ​ປະຕິ​ເສດຂ່າວ​ກ່ຽວ​ກັບ​ຜະລິດ​ຕະພັນ​ຂອງ​ບໍລິສັດ​ຕົນ​ມີ​ຮາດ​ແວຖືກຫຼິ້ນຕຸກ​ຕິກ.

ຄຳ​ເຫັນ

0