黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສຳ​ມະ​ນາ​ວ່າ​ດ້ວຍ​ຜົນ​ກະທົບ​ຈາກ​ສົງຄາມ​ການ​ຄ້າ​ຈີນ-ອາ​ເມຣິກາ​ທີ່​ມີ​ຕໍ່​ໄທກໍ​ຄືພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້

2018-10-17 16:55:49 CRI

ການ​ສຳ​ມະ​ນາ “ຜົນກະທົບ​ຈາກ​ສົງຄາມ​ການ​ຄ້າ​ຈີນ-ອາ​ເມຣິກາ​ທີ່​ມີ​ຕໍ່​ໄທກໍ​ຄືພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້” ທີ່​ສະມາຄົມ​ນັກ​ຂ່າວ​ໄທ-ຈີນ​ເປັນ​ເຈົ້າພາບ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ຕຸລາ​ນີ້​ຢູ່​ມະຫາວິທະຍາ​ໄລທຸລະ​ກິດ​ບັນດິດ ​ນະຄອນຫຼວງບາງກອກປະ​ເທດ​ໄທ ​ໂດຍມີ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ການ​ຄ້າ​ຂອງ​ຈີນ​ແລະ​ໄທ 5 ທ່ານ ພ້ອມ​ດ້ວຍຜູ້​ຕາງໜ້າ​ຈາກວົງ​ການ​ສື່​ມວນ​ຊົນ, ວົງ​ການ​ວິຊາ​ການ ​ແລະ ວົງ​ການ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ 100 ກວ່າ​ທ່ານ​ເຂົ້າຮ່ວມ ​ເຊິ່ງຜູ້​ຊ່ຽວຊານ 5 ທ່ານ​ດັ່ງກ່າວ​ຕ່າງ​ກໍ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ​ແລກປ່ຽນຄວາມ​ຄິດ​​ເຫັນ​ກັນ​ໄດ້​ຢ່າງ​ເລິກ​ເຊິ່ງ​ໂ​ດຍປິ່ນ​ອ້ອມ​ສາ​ເຫດ​ທີ່ພາ​ໃຫ້​ອາ​ເມຣິກາ​ກໍ່​ສົງຄາມ​ການ​ຄ້າ ພ້ອມ​ຜົນ​ກະທົບ​ຂອງ​ມັນ.

ຜູ້​ຊ່ຽວຊານ​ຈີນ​ແລະ​ໄທ​ເປັນ​ເອກະ​ພາບ​ກັນ​ເຫັນ​ວ່າ: ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາກໍ່ສົງ​ຄາມ​ການ​ຄ້າ ​ກໍ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ໃນ​ການ​ເລືອກ​ຕັ້ງການ​ເມືອງ​ພາຍ​ໃນ​ປະ​ເທດ​ຕົນ ​ແລະ ສະກັດ​ກັ້ນບໍ່​ໃຫ້​ຈີນ​ພັດທະນາ​ກ້າວ​ຂຶ້ນ. ສົງຄາມ​ການ​ຄ້າ​ທີ່​ຍືດ​ເຍື້ອຍາວ​ນານຈະ​ບໍ່​ໄດ້​ຮັບ​ຜົນ​ດີແຕ່​ຢ່າງ​ໃດ ​ແລະ ​ໃນ​ທີ່​ສຸດ, ຜົນ​ເສຍ​ຫາຍ​ຈາກ​ສົງ​ຄາມ​ການ​ຄ້າຈະ​ແມ່ນ​ປະຊາຊົນ​ອາ​ເມຣິກາ​ເປັນ​ຜູ້​ແບກ​ຫາບ​ແຕ່​ພຽງຝ່າຍ​ດຽວ​ເທົ່າ​ນັ້ນ. ​ໂລກາ​ພິວັດ ​ແລະ ການ​ຫັນ​ເປັນຫຼາຍຝ່າຍ​ແມ່ນ​ກະ​ແສ​ສາ​ກົນ​ທີ່​ບໍ່​ສາມາດ​ຕ່າວ​ປີ້ນ​ໄດ້, ສົງຄາມ​ການ​ຄ້າ​ຈະ​ມີ​ຜົນ​ກະທົບ​ຕໍ່​ເສດຖະກິດ​ໂລກ​ຢ່າງ​ໜັກໜ່ວງ ຈຶ່ງ​ຈະ​ຕ້ອງຖືກ​ຄັດຄ້ານ​​ໂດຍ​ທົ່ວ​ໄປ​ໃນຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0