ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນໂອກາດວັນຫຼຸດຜ່ອນຄວາມທຸກຍາກແຫ່ງຊາດຄັ້ງທີ 5 ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳເຫັນຊີ້ນຳສຳຄັນຕໍ່ວຽກງານຫຼຸດຜ່ອນຄວາມທຸກຍາກໂດຍກ່າວວ່າ, 40 ປີແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ, ແມ່ນ 40 ປີທີ່ຈີນຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ. ການສູ້ຊົນຢ່າງຕໍ່ເນື່ອງທີ່ດຳເນີນມາເປັນໄລຍະເວລາ 40 ປີ, ເຮັດໃຫ້ປະຊາກອນ 700 ລ້ານກວ່າຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ໄດ້ສ້າງຄວາມອັດສະຈັນໃນປະຫວັດສາດຂອງການຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດ.
ທ່ານສີຈິ້ນຜິງ ກ່າວວ່າ, ຂໍພຽງແຕ່ເຂດຕ່າງໆແລະພາກສ່ວນຕ່າງໆມີຄວາມຮັບຜິດຊອບ, ເຮັດແທ້ທຳຈິງ, ຂໍພຽງແຕ່ພະນັກງານລັດແລະປະຊາຊົນຂອງເຂດທຸກຍາກສືບຕໍ່ສຸມທຸກຄວາມພະຍາຍາມສູ້ຊົນເພື່ອຄວາມກ້າວໜ້າ, ຂໍພຽງແຕ່ທົ່ວພັກ, ປະຊາຊົນບັນດາເຜົ່າຂອງທົ່ວປະເທດຮ່ວມຈິດຮ່ວມໃຈ, ພະຍາຍາມເຮັດວຽກເພື່ອບັນລຸເປົ້າໝາຍ, ກໍຈະສາມາດຍາດເອົາໄຊຊະນະໃນບັ້ນຮົບຫຼຸດຜ່ອນຄວາມທຸກຍາກຕາມເວລາກຳນົດແນ່ນອນ.
ຄຳເຫັນ
0