吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ກົນ​ໄກ​ປຶກສາ​ຫາລື​ບັນຫາ​ທະ​ເລ​ຈີນ​​ໃຕ້​ລະຫວ່າງ​ຈີນ-ຟິລິບ​ປິນ​ຄັ້ງ​ທີ 3 ​ຈະ​ຈັດ​ຂຶ້ນ​ຢູ່​ຈີນ

2018-10-17 16:33:31 cri

ວັນ​ທີ 16 ຕຸລາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ກອງ​ປະຊຸມ​ກົນ​ໄກ​ປຶກສາ​ຫາລື​ບັນຫາ​ທະ​ເລຈີນ​​ໃ​ຕ້ລະຫວ່າງ​ຈີນ-ຟິລິບ​ປິນ​ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ຈີນ​ໃນ​ວັນ​ທີ 18 ຕຸລາ​ໜ້າ​ນີ້.

ທ່ານ​ລູ້​ຄ່າງ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຜູ້ນຳ​ສອງ​ປະ​ເທດ​ຈີນ-​ຟິລິບ​ປິນ, ສອງ​ຝ່າຍ​ໄດ້​ສ້າງ​ຕັ້ງ​ກົນ​​ໄກ​ປຶກສາ​ຫາລື​ບັນຫາທະ​ເລ​ຈີນ​​ໃຕ້​ຢ່າງ​ເປັນ​ທາງ​ການ​ໃນຕົ້ນ​ປີ 2017, ​ໂດຍ​ຜ່ານ​​ເວທີ​ນີ້​ສອງຝ່າຍ​​​ໄດ້​ແກ້​ໄຂ​ຄວາມ​ຄິດ​ເຫັນ​ທີ່​ຂັດ​ແຍ້​ງ​ກັນ​ຢ່າງ​ເໝາະ​ສົ​ມ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ.

ທ່ານກ່າວ​ຕື່ມ​ວ່າ: ​ສອງ​ຝ່າຍ​ໄດ້ຕົກລົງຈັດ​ກອງ​ປະຊຸມ​ກົນ​ໄກ​ປຶກສາ​ຫາລື​ບັນຫາ​ທະ​ເລ​ຈີນ​ໃຕ້ຄັ້ງ​ທີ 3 ຢູ່​ຈີນ​ໃນ​ວັນ​ທີ 18 ຕຸລາ​ນີ້. ທ່ານ​ຂົງຊວນ​​ໂຢ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ​ທ່ານ​​ເອນຣິກ ມາ​ນາ​ໂລ ຮອງລົດຖະມົນຕີກະຊວງການຕ່າງປະເທດຟິລິບປິ​ນພ້ອມ​ດ້ວຍ​ຄະນະ​ ກໍ​ຄື​ຜູ້ຕາງໜ້າ​ຈາກອົງການຕ່າງໆ​ຂອງ​ລັດຖະບານສອງ​ປະ​ເທດ​​ເຊັ່ນ​ການ​ປ້ອງ​ກັນ​ປະ​ເທດ, ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ​ການ​ຮັກສາ​ສິ່ງ​ແວດລ້ອມ, ການ​ປະມົງ, ການ​ຄົມມະນາຄົມ​ຂົນ​ສົ່ງ, ພະລັງງານ, ຕຳຫຼວດທະ​ເລ ​ແລະ​ອື່ນໆຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ຄຳ​ເຫັນ

0