尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສາ​ມາດ​ປິ່ນ​ປົວ​ມະ​ເຮັງ​ກິນ​ເລືອດ​ເດັກ​ນ້ອຍ​ໃຫ້​ຫາຍ​ໄດ້​ຫຼາຍກວ່າ 80%

2018-10-17 11:23:47 cri

ວັນ​ທີ 16 ຕຸ​ລາ​ນີ້, ທ່ານ​ ເຈີ້ງ​ຮູໂຢ່ງ ຫົວ​ໜ້າ​ແພດສູນ​ການ​ແພດເດັກ​ນ້ອຍ​ແຫ່ງ​ຊາດ​ຈີນ ຫົວ​​ໜ້າ​ໜ່ວຍ​ປິ່ນ​ປົວ​ຂອງ​ຄະ​ນະ​ກຳ​ມະ​ການ​ຜູ້​ຊ່ຽວ​ຊານ​ພະ​ຍາດ​​ມະ​ເຮັງ​ກິນ​ເລືອດ​ຂອງ​ເດັກ​ນ້ອຍ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ: ຄຽງ​ຄູ່​ກັບ​ຄວາມ​ກ້າວ​ໜ້າ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ,ອັດ​ຕາ​ການ​ປິ່ນ​ປົວ​ພະ​ຍາດ​ມະ​ເຮັງ​ກິນເລືອດ​ຂອງ​ເດັກ​ນ້ອຍ​ຈີນໃຫ້​ຫາຍ​ໄດ້​ຫຼາຍກວ່າ 80%.
 

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ຕຸ​ລາ​ນີ້, ທ່ານ ເຈີ້ງ​ຮູ​ໂຢ່ງ ກ່າວ​ວ່າ: ການ​ເກີດພະ​ຍາດ​ມະເຮັງ​ກິນເລືອດ​ຂອງ​ເດັກ​ນ້ອຍກວມ​ 30% ຂອງ​ພະ​ຍາດເນື້ອງອກ​ຮ້າຍ​ແຮງ​ເດັກ,ແຕ່​ວ່າ​ຍ້ອນ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ພວກ​ເຮົາ​ໃນ​ປັດ​ຈຸ​ບັນ,ການ​ນຳ​ໃຊ້​ວິ​ທີ​ເຄ​ມີ​ບຳ​ບັດ,ສາ​ມາດ​ຍົກ​ສູງ​ອັດ​ຕາ​ການ​ປິ່ນ​ປົວ​ພະ​ຍາດ​​ມະ​ເຮັງ​ກິນ​ເລືອດ​ຂອງ​ເດັກ​ນ້ອຍ​ໃຫ້ຫາຍ​ດີ​ຫຼາຍກວ່າ​ເກົ່າ. ເວົ້າ​ໂດຍ​ລວມ​ແລ້ວ, ພະ​ຍາດ​ມະ​ເຮັງກິນ​ເລືອດ​ຂອງ​ເດັກ​ນ້ອຍ​ບໍ່​ເປັນພະ​ຍາດ​ທີ່​ເຮັດ​ໃຫ້​ຄົນ​ຟັງ​ແລ້ວ​ຮູ້​ສຶກ​ເປັນ​ຕາ​ຢ້ານ​ຄື​ແຕ່​ກ່ອນ​ແລ້ວ,ຫາກ​ແມ່ນ​ພະ​ຍາດ​ທີ່​ສາ​ມາດ​ປິ່ນ​ປົວ​ໃຫ້​ຫາຍ​ໄດ້​ຫຼາຍກວ່າ 80%.

ຄຳ​ເຫັນ

0