黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີ​ຄົນ​ປັ້ນ​​​ເລື້ອງເຫດການ​ຝັງ​ຊິ​ບລັບ​ເພື່ອ​ສະໜັບສະໜູນ​ນະ​ໂຍບາຍ​​ກົດ​ໜ່ວງຈີນນັ້ນ​ເປັນ​ເລື່ອງໜ້າ​ອັບອາຍຫຼາຍ

2018-10-17 16:48:27 CRI

​ເມື່ອ​ບໍ່​ດົນ​ມາ​ນີ້, ວາລະສານທຸລະ​ກິດ​ລາຍ​ສັບປະດາບຼຸມ​ເບີກຂອງ​ອາ​ເມຣິກາ ​ໄດ້​ພິມ​ບົດ​ຄວາມ ​ໂດຍ​ລະບຸ​ວ່າ: ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ຝັງຊິ​ບຂະໜາດ​ນ້ອຍໆ​ຊະນິດ​ໜຶ່ງ​ເຂົ້າ​ໃສ່​ຜະລິດ​ຕະພັນ​ຂອງບໍລິສັດ​ອາ​ເມຣິກາ​ປະມານ 30 ​ແຫ່ງ ​ເພື່ອ​ຫວັງ​ຈະ​ສືບ​ໄດ້​ຄວາມລັບ. ບົດ​ຂ່າວ​ດັ່ງກ່າວ​ກໍ​ຖືກ​ບໍລິສັດ​ທີ່​ກ່ຽວຂ້ອງ​ຕາມ​ການ​ລາຍ​ງານຂ່າວ ລວມທັງ​ບໍລິສັດ​ແອບ​ເປີ​ນ, ອາ​ເມ​ຊອນ ​ແລະ ຊຸບ​ເປີ​ ໄມ​ໂຄຣ ​ເປັນຕົ້ນຕອບ​ໂຕ້​ທັນທີ ​ໂດຍ​ກ່າວ​ວ່າ: ຜະລິດ​ຕະພັນ​ຂອງ​ບໍລິສັດ​ຕົນ​ບໍ່​ໄດ້​ຖືກ​ຈີນ​ຝັງ​ຊິ​ບໃສ່ ​ແລະ ກໍ​ບໍ່​​​ເຄີຍລາຍ​ງານ​ຕໍ່​ລັດຖະບານ​ອາ​ເມຣິກາ​ກ່ຽວ​ກັບ​ເລື່ອງ​ນີ້​ຕາມ​ທີ່​ເປັນ​ຂ່າວ. ຈາກ​ນັ້ນ, ກະຊວງ​ຮັກສາ​ຄວາມ​ໝັ້ນຄົງ​ດິນ​ແດນ​ຂອງ​ອາ​ເມ​ລິ​ກາກໍ​ໄດ້​ອອກ​ຖະ​ແຫຼງການ ​ໂດຍ​ລະບຸ​ວ່າ: ບໍ່​ມີ​ເຫດຜົນ​ທີ່​ໜ້າສົງ​ໄສ​ຕໍ່​ຖະ​ແຫຼງການປະຕິ​ເສດ​ຂອງ​ບໍລິສັດ​ເຫຼົ່ານີ້.

​ໃນ​ວັນ​ທີ່​​ຂ່າວສານບຼຸມ​ເບີກ​ລາຍ​ງານ​ຂ່າວ​ດັ່ງກ່າວ, ທ່ານ​ໂຣ​ເບີດ ກຸນ ນັກວິຊາການ​ດ້ານ​ບັນຫາ​ສາກົນ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມຣິກາ ​ແລະ​ຖືກ​ຂະໜານ​ນາມ​ວ່າ​ເປັນ​ນັກວິຊາການ​ຮູ້​ເລື້ອງຈີນ ​ໄດ້​ເປັນ​ແຂກ​ຮັບ​ເຊີນ​ໃນ​ລາຍ​ການ​ໂທລະພາບ​ຖ່າຍ​ທອດ​ສົດ​ຂອງ​ບຼຸມ​ເບີກ ​ແລະ ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເຫດການ​ທີ່​ວ່າ “ຊິ​ບສືບ​ຂ່າວ​ຂອງຈີນ” ນັ້ນ, ທ່ານ​ກຸນ ຊີ້​ໃຫ້​ເຫັນ​ວ່າ: ການ​ຝັບຊິ​ບທີ່​ມີ​ເຈຕະນາຮ້າຍ​ເຂົ້າ​ໃສ່​ຄອມ​ພິວ​ເຕີ ​ເພື່ອ​ຫວັງ​ຈະ​ສືບ​ໄດ້​ຄວາມ​ລັບ​ໜ້ອຍ​ໜຶ່ງ​ຂອງ​ບາງ​ບໍລິສັດ​ນັ້ນຖ້າ​ຫາກ​ວ່າ​ມີ, ຖ້າວ່າ​ຖືກ​ຄົ້ນພົບ​ກໍ​ຈະ​ເຮັດ​ໃຫ້​​ຕ່ອງ​ໂສ້​ການສະ​ໜອງ​ຂອງ​ປະ​ເທດຝັງ​ຊິ​ບທີ່​ມີ​ເຈຕະນາ​ຮ້າຍ​ນັ້ນປະສົບ​ຄວາມ​ເສຍ​ຫາຍໝົດ. ສະນັ້ນ, ​ເປັນອັນ​ຈະ​ແຈ້ງ​ແລ້ວ​ວ່າ ບໍ່​ມີ​ໃຜ​ຈະຕັດສິນ​ໃຈ​​ເຮັດ​ແບບ​ໄດ້​ບໍ່ກຸ້ມ​ເສຍ​​ແບບ​ນີ້.

ທ່ານ​ວິນ​ລຽມ ​ໂອ​ເວີ​ຮອນ ນັກຄົ້ນຄວ້າ​ຊັ້ນສູງຈາກ​ສູນ​ອາຊີ ມະຫາວິທະຍາ​ໄລຮາ​ເວີດ ກໍ​ກ່າວ​ວ່າ: ​ເຫດການ​ທີ່​ວ່າ “ຊິ​ບສືບ​ຂ່າວ” ນັ້ນ​ແມ່ນ​ເລື່ອງ​ຄວາມ​ເປັນ​ຈິງຫຼືບໍ່, ພຽງ​ແຕ່​ໃຫ້​ນັກວິຊາການ​ກວດ​ສອບ​ຕາມ​ລະບຽບ​ການ ກໍ​ສາມາດ​ໄດ້ຜົນ​ສະຫຼຸບ​ແລ້ວ.

ຄຳ​ເຫັນ

0