黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຕືອນ​ໃຫ້​ອາ​ເມຣິກາ​ຢຸດຕິ​ການ​ທຳລາຍ​ສິດ​ອະທິປະ​ໄຕ​ແລະ​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງ​ຂອງ​ຈີນ

2018-10-17 16:47:53 CRI

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້ຖະ​ແຫຼງຂ່າວໃນ​ວັນ​ທີ 16 ຕຸລາ​ນີ້​ວ່າ: ຈີນ​ມີ​ສິດ​ອະທິປະ​ໄຕ​ຢ່າງ​ເຕັມ​ສ່ວນເໜືອ​ດິນ​ແດນເກາະ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ພ້ອມ​ເຂດ​ທະ​ເລ​ອ້ອມ​ແອ້ມ​ເກາະ​ເຫຼົ່ານັ້ນ. ຈີນ​ເຕືອນ​ໃຫ້​ຝ່າຍ​ອາ​ເມຣິກາ​ຢຸດຕິການ​ທຳລາຍ​ສິດ​ອະທິປະ​ໄຕ​​ແລະ​ຜົນ​ປະ​ໂຫຍ​ດທາງ​ດ້ານຄວາມໝັ້ນຄົງ​ຂອງ​ຈີນ, ຄວນ​ປະພຶດ​ຕົນ​ເອງໃຫ້​ເປັນ​ຜູ້​ສ້າງສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບຢູ່​ທະ​ເລ​ຈີນ​ໃຕ້ ​ແຕ່​ບໍ່​ແມ່ນ​ຜູ້​ທຳລາຍ​.

ຂ່າວ​ລາຍ​ງານ​ວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້, ຜູ້ນຳ​ອາ​ເມຣິກາ​ໄດ້​ຫວ່ານ​ຖ້ອຍ​ຄຳ ​ໂດຍ​ກ່າວ​ວ່າ: ຈີນ​ເຮັດ​ໃຫ້​ເຂດ​ທະ​ເລ​ຈີນ​ໃຕ້ກາຍ​ເປັນ​ເຂດ​ທີ່​ມີ​ລັກສະນະ​ໄປ​ໃນ​ທາງ​​ການທະຫານ ​ແລະ ຍັງ​ໄດ້​ລົບ​ກວນຢ່າງ​​ເລືອດ​ຮ້ອນ​ຕໍ່​ກຳ​ປັ່ນ​ຮົບ​ອາ​ເມຣິກາ​ທີ່​ກຳລັງ​ດຳ​ເນີນ “ການເດີນ​ເຮືອ​ຢ່າງ​ເສລີ​” ຢູ່​ທະ​ເລ​ຈີນ​ໃຕ້. ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ ກ່າວ​ວ່າ: “ອາ​ເມຣິກາ​ແທນ​ທີ່​ຈະ​ຍອມຮັບ​ຄວາມ​ຜິດ​ຂອງ​ຕົນ ກັບ​ຢ້ອນ​ມາ​ຕຳ​ໜິຜູ້​ອື່ນ ຈຶ່ງ​​ໄດ້​ຫວ່າ​ນຖ້ອຍ​ຄຳ​ດັ່ງກ່າວ​ອອກ​ມາ. ຈີນ​ມີ​ສິດ​ອະທິປະ​ໄຕ​ຢ່າງ​ເຕັມ​ສ່ວນເໜືອ​ເກາະ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ພ້ອມ​ເຂດ​ທະ​ເລ​ອ້ອມ​ແອ້ມ​ເກາະ​ເຫຼົ່ານັ້ນ, ຈີນ​ດຳ​ເນີນ​ການ​ກໍ່ສ້າງ​ໃນທາງ​ສັນຕິ​ຢູ່​ເທິງ​ດິນ​​ແດນຂອງ​ຕົນ​ເອງ ລວມທັງ​ການ​ຕິດຕັ້ງລະບົບ​ປ້ອງ​ກັນ​ທີ່​ຈຳ​ເປັນ ​ແມ່ນ​ເປັນ​ການ​ນຳ​ໃຊ້​ສິດ​ປ້ອງ​ກັນ​ຕົວເພື່ອຄວາມ​ຢູ່​ລອດ​ແລະ​ສິດປ້ອງ​ກັນ​ຕົວຂອງ​ປະ​ເທດ​ອະທິປະ​ໄຕ​ທີ່​ຖືກຕ້ອງ​ຕາມກົດໝາຍ​ສາກົນ​ ​ແຕ່​ບໍ່​ໄດ້​ກ່ຽວ​ຂ້ອງ​ຫຍັງ​ກັບຖ້ອຍ​ຄຳທີ່​ວ່າ “ມີ​ລັກສະນະ​ໄປ​​ໃນ​ທາງ​​ການທະຫານ”. ​ເສລີພາບ​ໃນການ​ເດີນ​ເຮືອ ​ແລະ ການບິນ​ຜ່ານ​ເຂດ​ທະ​ເລ​ຈີນ​ໃຕ້ບໍ່​ມີ​ບັນຫາ​ແຕ່​ຢ່າງ​ໃດ ​ແຕ່​ອາ​ເມຣິກາພັດ​ຊູ​ຄັນ​ທຸງ “​ເດີນ​ເຮືອ​ແລະ​ບິນ​ຜ່ານ​ຢ່າງ​ເສລີ”, ສົ່ງ​ກຳ​ປັ່ນ​ຮົບ​ແລະ​ຍົນ​ຮົບ​​ແລ່​ນເຂົ້າ​ໃກ້​ເກາະ​ຕ່າງໆ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້, ຊ້ຳ​ບໍ່​ໜຳຍັງ​ໄດ້​ລ່ວງ​ເຂົ້ານ່ານນ້ຳ​ໝູ່​ເກາະ​ ຊີ່ຊ່າ​ ຂອງ​ຈີນຕາມ​ລຳພັງ ການ​ກະທຳ​ເຫຼົ່ານີ້​ຈຶ່ງ​ເປັນ​ການ​ກະທຳ​ທີ່​ສ້າງ​ສະຖານະ​ການ​ໃຫ້​ເຄັ່ງ​ຕຶງ ​ແລະ ​ເຮັດ​ໃຫ້​ເຂດ​ທະ​ເລ​ຈີນ​ໃຕ້ກາຍ​ເປັນ​ເຂດ​ທີ່​ມີ​ລັກສະນະ​ໄປ​ໃນ​ທາງ​​ການທະຫານ.

ຄຳ​ເຫັນ

0