赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານອວຍ​ພອນ​ຕໍ່​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ໂລກ​ໄທ້​ຫູ​ຄັ້ງ​ທີ 5

2018-10-18 16:33:40 cri

 

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ໂລກ​ໄທ້​ຫູ​ຄັ້ງ​ທີ 5 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ຕຸ​ລານີ້ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ສົ່ງ​ສານອວຍ​ພອນ​​ເຖິງກອງ​ປະ​ຊຸມ.

​ສານອວຍ​ພອນ​ຂອງ​ທ່ານສີ​ຈິ້ນ​ຜິງລະ​ບຸວ່າ, ການ​ແລກ​ປ່ຽນ​ແລະຖອດ​ຖອນບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ດ້ານ​ວັດ​ທະ​ນະ​ທຳ​ແມ່ນ​ພະ​ລັງ​ແຮງ​ທີ່​ສຳ​ຄັນ​ໃນາການ​ຊຸກ​ຍູ້​ສັນ​ຕິ​ພາບ​​ໂລກ ແລະ​ຄວາມ​ສີ​ວິ​ໄລ​ຂອງມວນ​ມະ​ນຸດ​ໃຫ້​ກ້າວ​ໄປ​ໜ້າ. ມະ​ນຸດ​ໄດ້​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ທ່າມ​ກາງຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ເຊື້ອ​ຊາດ​ແລະ​ວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ. ກອງ​ປະ​ຊຸມ​ປະ​ຈຳ​ປີ​ນີ້ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ວັດ​ທະ​ນະ​ທຳ​ໂລກ​ໄທ້​ຫູ​ມີ​ຫົວ​ຂໍ້​ຫຼັກ​ຄື: ການ​ສົນ​ທະ​ນາ​ດ້ານ​ວັດ​ທະ​ນະ​ທຳ----ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ ຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ໃຫ້​ທຸກ​ຝ່າຍ​ສ້າງ​ຄວາມ​ເຂົ້າ​ໃຈ​ກັນ, ​ທ້ອນ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ, ລົງ​ເລິກ​ການ​ຮ່ວມ​ມື ແລະ​ຊຸກ​ຍູ້​​ຄວາມ​ອະ​ລິ​ຍະ​ທຳ​ຂອງ​ໂລກ, ​ແລກ​ປ່ຽນ​ແລະ ​ຖອກ​ຖອນບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ.

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ, ຈີນ​ມີ​ຄວາມ​ຄິດ​ເຫັນ​ໃນ​ການ​ສ້າງ​​ສາຍພົ​ວ​ພັນ​ສາ​ກົນ​ແບບ​ໃໝ່​ທີ່ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຍຸດ​ຕິ​ທຳ, ເປັນ​ທຳ, ຮ່ວມ​ມື​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ແລະ​ຮຽ​ກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0