吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນຫວັງ​ໃຫ້​ອາ​ເມ​ລິ​ກາ​ຕີ​ລາ​ຄາ​ຢ່າງ​ຖືກ​ຕ້ອງ​ຕໍ່​ຈີນ​ຮ່ວມ​ມື​ກັບບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​

2018-10-18 16:21:47 CRI

    ຕາມ​ຂ່າວCRI: ໂດຍ​ແນ​ໃສ່​ຄຳ​ຕຳໜິ​ວິ​ຈານ​ຂອງອາ​ເມ​ລິ​ກາວ່າ​ຈີນ​ນຳ​ໃຊ້ “ການ​ຕ່າງ​ປະ​ເທດ​ໜີ້​ສິນ” ເພີ່ມ​ອິດ​ທິ​ພົນ​ຢູ່​ທົ່ວ​ໂລກ, ວັນ​ທີ 17 ຕຸ​ລາ​ນີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຍ້ອນ​ຄວາມ​ຕ້ອງ​ການ​ທາງ​ການ​ເມືອງ​ຂອງ​ປະ​ເທດ​ຕົນ, ອາ​ເມ​ລິ​ກາ​​ໄດ້​ໃຊ້​ຖ້ອຍ​ຄຳ​ຂີ້​ຕົວະ​ຕັ້ງ​ຫຼາຍ​ເທື່ອ, ​​ປ່າວ​ປະ​ກາດ​ຖ້ອ​ຍ​ຄຳ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ, ເຮັດ​ໃຫ້​ຄົນ​​ຜິດ​ຫວັງ​ທີ່​ສຸດ.
    ​ໃນ​ເວ​ລາ​ຕອບ​ຄຳ​ຖາ​ມ​ສຳ​ພາດ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ມື້​ດຽວ​ກັນ, ທ່ານ​ລູ້​ຄ່າງກ່າວ​ເນັ້ນ​ວ່າ, ໃນ​ເວ​ລາ​ດຳ​ເນີນ​ການ​ຮ່ວມ​ມື​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ຈີນ​ຍຶດ​ໝັ້ນ​ທັດ​ສະ​ນະ​ທີ່​ຖືກ​ຕ້ອງ​ກ່ຽວ​ກັບ​ຄວາມ​ເປັນ​ທຳ ແລະ ປະ​ໂຫຍດ, ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ແມ່ນ​ປາ​ສະ​ຈາກ​ເງື່ອນ​ທາງ​ການ​ເມືອງ.

    ທ່ານ​ກ່າວ​ວ່າ, “ການ​ຮ່ວມ​ມື​ເຫຼົ່າ​ນີ້​ມີ​ຜົນ​ດີ​ຊຸ​ກ​ຍູ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ຕົວ​ຢ່າງ, ເສັ້​ນ​ທາງ​ລົດ​ໄຟມົມ​ບາ​ຊາ-ໄນ​ໂຣ​ບີ​ທີ່​ຈີນ​ລະ​ດົມ​ທຶນ ແລະ ກໍ່​ສ້າງ​ນັ້ນ ​ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ເຄນ​ຢາເກືອບ 5 ໝື່ນ​ຄົນ​ມີ​ວຽກ​ເຮັດ​ງານ​ທຳ. ປີ 2016, ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານໄດ້​ຊ່ວຍ​ໃຫ້ GDP ປາ​ກີ​ສະ​ຖານ​ເພີ່ມຂຶ້ນ 2,5%. ​ແນ່ນອນ​ແລ້ວ,ການ​ຮ່ວມ​ມື​ເຫຼົ່າ​ນີ້ຈຶ່ງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍຊົມ​ເຊີຍ​ຈາກ​ປະ​ເທດ​ ພວມ​ພັດ​ທະ​ນາ​​ທັງ​ຫຼາຍ.”
    ພ້ອມ​ກັນ​ນັ້ນ, ທ່ານ​ຊີ້​ອອກວ່າ, ປະ​ເທດ​ພວມ​ພັດ​ທະ​ນາ​ອັນ​ກວ້າງ​ໃຫຍ່ໄພ​ສານ​ກໍ່​ຄອງ​ຄອ​ຍ​ປະ​ເທດ​ທີ່​ໄດ້​ພັດ​ທະ​ນາ​ແລ້ວ​ຫຼາຍກວ່າ​ເກົ່າ ເຊິ່ງ​ລວມ​ທັງ​ອາ​ເມ​ລິ​ກາ​ຈະ​ສາ​ມາດ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ແບບ​ນີ້, ​ຫວັງ​ໃຫ້​ປະ​ເທດ​ທີ່​ໄດ້​ພັດ​ທະ​ນາ​ແລ້ວ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ​ທັງ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​​ທີ່ແທ້​ຈິງ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ທາງ​ການ​ເມືອງ​ໃດໆ​​ຕາມ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ.

ຄຳ​ເຫັນ

0