黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ

2018-11-05 14:45:47 cri

图片默认标题_fororder_1123665163_15413994985251n

    ວັນ​ທີ 5 ພະ​ຈິກນີ້, ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ ແລະ​ໄດ້​ກ່າ​ວ​ປາ​ໄສ​ພາຍ​ໃຕ້​ຫົວ​ຂໍ້ “ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ທີ່​ປະ​ດິດ​ສ້າງ​ໃໝ່​ແລະ​ກວມ​ລວມ”.

    ທ່ານ​ ສີ​ຈິ້ນ​ຜິງ ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ ແລະ​ໃນ​ນາມ​ສ່ວນ​ຕົວ ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ວິ​ສາ​ຫະ​ກິດຫຼາຍກວ່າ 3.600 ແຫ່ງ​ຈາກ 172 ປະ​ເທດ, ເຂດ​ແຄວ້ນ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມາ​ຮ່ວມ​ງານ​ຄັ້ງ​ນີ້, ໂດຍ​ທ່ານ​ກ່າວ​ວ່າ: ຍິນ​ດີ​ຕ້ອນ​ຮັບ​ເພື່ອນ​ມິດ​ບັນ​ດາ​ປະ​ເທດ​ຈົ່ງ​ກຳ​ແໜ້ນ​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຊາດ ແລະ ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ກ້າວ​ໜ້າຮ່ວມ​ກັນ.

    ຄາດ​ວ່າ ຈະ​ມີ​ນັກ​ທຸ​ລະ​ກິດຫຼາຍກວ່າ 4 ແສນ​ຄົນ​​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດມາ​ພົບ​ປະ​ປຶກ​ສາ​ຫາ​ລື​ແລະ​ຈັດ​ຊື້​ສິນ​ຄ້າ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.

     ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ຢູ່​ນະ​ຄ​ອນ​ຊຽງ​ໄຮ​ວ່າ, ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນແມ່ນ​ງານ​ວາງ​ສະ​ແດງ​ລະ​ດັບ​ຊາດ​ທີ່​ເນັ້ນ​ຫົວ​ຂໍ້​ນຳ​ເຂົ້າແຫ່ງ​ທຳ​ອິດໃນ​ໂລກ​​, ແມ່ນ​ການ​ປະ​ດິດ​ສ້າງ​ໃໝ່​ສຳ​ຄັນ​​ຄັ້ງໜຶ່ງ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາການ​ຄ້າ​ສາ​ກົນ.

ທ່ານ​ສີ​ຈິ້ນ​ຜິງ ເຫັນ​ວ່າ, ການ​ທີ່​ຈັດ​ງານ​ວາງ​ສ​ະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນແມ່ນ​ນະ​ໂຍ​ບາຍ​ສຳ​ຄັນ​ທີ່​ຈີນ​ຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂຶ້ນ​ສູ່​ລະ​ດັບ​ສູງ​ຮອບ​ໃໝ່, ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ທີ່​ຈີນ​ເປີດ​ຕະ​ຫຼາດ​​ສູ່​ໂລກ​ຢ່າງ​ເປັນ​ເຈົ້າ​ການ. ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ຂອງ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍແລະ​ຊຸກ​ຍູ້​ການ​ຄ້າ​ເສ​ລີ, ແມ່ນ​ການ​ກະ​ທຳ​ທີ່​ແທ້​ຈິງ​ຂອງ​ຈີນ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ແລະ​ສະ​ໜັບ​ສະ​ໜູນ​ເສ​ດ​ຖະ​ກິດ​ໂລ​ກາ​ພິ​ວັດ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ປັດ​ຈຸ​ບັນ,ເສດ​ຖະ​ກິດ​ໂລກ​ໄດ້​ມີ​ການ​ປັບ​ປຸງ​ຢ່າງ​ເລິກ​ເຊິ່ງ,ລັດ​ທິ​ປົກ​ປ້ອງແລະ​ລັດ​ທິ​​ຝ່າຍ​ດຽວ​ຟື້ນ​ຄືນ,ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ,ລັດ​ທິ​ຫຼາຍ​ຝ່າຍ​ແລະ​ລະ​ບົບ​ການ​ຄ້າ​ເສ​ລີ​ໄດ້​ຮັບ​ຜົນ​ກະ​ທົບ,ປັດ​ໄຈ​ທີ່​ບໍ່​ແນ່ນອນ​ຍັງ​ມີ​ຫຼາຍ.ພວກ​ເຮົາ​ຄວນ​ກຳ​ກົດ​ເກນ,ຮັບຮູ້​ສະ​ພາບ​ການ​ລວມ​ຢ່າງ​ຈະ​ແຈ້ງ,ມີ​ຄວາມ​ໝັ້ນ​​ໃຈ​ຕໍ່​ການ​ຮ່ວມ​ມື​ແບບ​ເປີດ​ປະ​ຕູ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ຮ່ວມ​ກັນ​ຮັບ​ມື​ກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ. 

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແມ່ນ​ຂະ​ບວນ​ວິ​ວັດໃນ​ປະ​ຫວັດ​ສາດ​ທີ່​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້,ການ​ຮ່ວມ​ມື​ແບບ​ເປີດ​ປະ​ຕູ​ແມ່ນ​ພະ​ລັງ​ແຮງ​ທີ່​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂ​ອງເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ,ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ໃຫ້​ຟື້ນ​ຄືນ​ຢ່າງ​ໝັ້ນ​ທ່ຽງ,ທັງ​ແມ່ນ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ຂອງ​ຍຸກ​ສະ​ໄໝ​ໃນ​ການ​ຊຸກ​ຍູ້​ສັງ​ຄົມ​ມະ​ນຸດ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສີ​ຈິ້ນ​ຜິ​ງ ຮຽກຮ້ອງ​​ໃຫ້ບັນດາ​ປະ​ເທດ​ຍຶດໝັ້ນ​ການ​ເປີດປະຕູ​ສູ່​ພາຍ​ນອກ ​ແລະ​ເຊື່ອມ​ໂຍງ​ເຂົ້າກັນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ຍຶດໝັ້ນ​ການ​ພັດທະນາ​ທີ່​ນຳພາ​​ໂດຍ​ການປະດິດ​ສ້າງ​ໃໝ່, ​ເລັ່ງລັດສ້າງ​ພະລັງ​ແຮງຊຸກ​ດັນ​ໃໝ່ປ່ຽນ​ແທນ​ພະລັງ​ແຮງ​ເກົ່າ​ທີ່​ຫຼ້າ​ຫຼັງ; ຍຶດໝັ້ນການ​ໂອບ​ເອື້ອອາລີ ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ບັນດາ​ປະ​ເທດ​ຄວນ​ຄັດຄ້ານ​ລັດທິປົກ​ປ້ອງ ​ແລະ​ລັດທິ​ຝ່າຍ​ດຽວ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ຍົກ​ສູງ​ລະດັບ​ການ​ເປີດປະຕູ​ຂອງ​ລັດທິ​ຫຼາຍຝ່າຍ ​ແລະ​ສອງ​ຝ່າຍ, ຊຸກຍູ້​ເສດ​ຖະກິດ​ບັນດາ​ປະ​ເທດ​ເຊື່ອມ​ໂຍງເຊື່ອມຈອດ​ເຂົ້າ​ກັນ, ຮ່ວມ​ກັນສ້າງເສດ​ຖະກິດ​ໂລ​ກ​ແບບເປີດ​ປະຕູ; ​ເພີ່ມ​ທະວີ​ການ​ປະສານ​ງານດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ຫຼຸດ​ຜ່ອນ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ພາຍ​ນອກ​ໃຫ້​ໜ້ອຍ​ລົງ; ຊຸກຍູ້​ການສ້າງລະບົບ​ເສດຖະກິ​ດ-ການຄ້າ​ສາກົນ​ທີ່​ເປັນ​ທຳ, ສົມ​ເຫດ​ສົມຜົນ ​ແລະ​​ໂປ່​ງ​ໃສ, ຊຸກຍູ້​ການ​ຄ້າ​ ​ແລະ​ກາ​ນລົງທຶນ​ຢ່າງ​ເສລີ ​ແລະ​ສະດວກ, ສົ່ງ​ເສີມ​ເສດຖະກິດ​ໂລກ​​ໃຫ້ເປີດ​ປະຕູ​ສູ່​ພາຍ​ນອກ, ​ແລກ​ປ່ຽນ ​ແລະ​ເຊື່ອມ​​ໂຍງ​ເຂົ້າກັນ​ຕື່ມ​ອີກ.

ທ່ານ​ກ່າວ​ຕື່ມ​ວ່າ: ບັນດາ​ປະ​ເທດຄວນກຳແໜ້ນ​ກາລະ​ໂອກາດການ​ປະຕິ​ວັດທາງ​ວິທະຍາສາດ​​ເຕັກນິກ ​ແລະປະຕິວັດ​ດ້ານ​ອຸດສາຫະກຳຮອບ​ໃໝ່, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ນິກກ້າວ​ໜ້າ ຄື: ​ເສດຖະກິດດີ​ຈີ​ຕອນ, ປັນຍາ​ປະດິດ, ​ເຕັກ​ໂນ​ໂລ​ຊີນາ​ໂນ​ແມັດ ​ແລະ​ອື່ນໆ, ຮ່ວມ​ກັນສ້າງ​ເຕັກນິກ​ໃໝ່, ຂະ​ແໜງການ​ໃໝ່, ສະພາບ​ການ​ໃໝ່ ​ແລະ​ຮູບ​ແບບ​ໃໝ່.

ທ່ານ​ເນັ້ນໜັກ​ວ່າ: ປັດຈຸບັນ​ນີ້, ​​ເສດ​ຖະກິດ​ໂລກາ​ພິວັດ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຖ້າຫາກ​ຍັງ​ມີ​ລັກສະນະ​ປາ​ໃຫຍ່​ກິນ​ປາ​ນ້ອຍ ປາ​ນ້ອຍ​ກິນ​ປາຊິວ​ຈະຕ້ອງ​ໄປພໍ້​ທາງ​ຕັນ, ພຽງ​ແຕ່ຍຶດໝັ້ນ​​ການ​ໂອບ​ເອື້ອ​ອາລີ ​ແລະຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຈຶ່ງສາມາດ​ກ້າວ​ເດີນ​ໄປ​ໃນ​ທິດ​ທາງ​ທີ່ຖືກຕ້ອງ​ໄດ້.

    ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ນັບ​ແຕ່​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ໂລກ​ພາຍ​ນອກ​ເປັນ​ເວ​ລາ 40 ປີ​ມານີ້, ຈີນ​ໄດ້​ຍຶດ​ໝັ້ນ​ການກໍ່​ສ້າງ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ, ​ບັນ​ລຸ​ການ​ຫັນ​ປ່ຽນ​ທີ່​ຍິ່ງ​ໃຫຍ່​ຄັ້ງ​ປະ​ຫວັດ​ສາດ ​ຈາກ​ການ​ປິດ​ປະ​ຕູ​ແລະ​ປິດ​ປະ​ຕູ​ເຄິ່ງ​ໜຶ່ງ​ກາຍ​ເປັນ​ການ​ເປີດ​ປະ​ຕູ​ຢ່າງ​ຮອບ​ດ້ານ, ພ້ອ​ມ​ທັງ​ໄດ້​ເປີດ​ປະ​ຕູ​ໃຫ້ກວ້າງ​ອອກ​ຢ່າງ​ບໍ່​ຢຸດຢັ້ງ, ໂດຍ​ໄດ້​ພັດ​ທະ​ນາ​ຕົນ​ເອງ​ແລະ​ສ້າງ​ຄວາມຜາ​ສຸກ​ໃຫ້​ແກ່​ໂລກ. ​ຈີນຈະ​ບໍ່​ຢຸດຢັ້ງ​ການ​ດຳ​ເນີນ​ງານ​ໃນ 3 ດ້ານ​ຄື: ຊຸກ​ຍູ້​ການ​ເປີດ​ປະ​ຕູ​ໃນ​ລະ​ດັບ​ສູງກວ່າ​ເກົ່າ, ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ ​ເນັ້ນ​ໜັກວ່າ: ຈີນ​ຈະ​ເດັດ​ດ່ຽວ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຈະ​ເປັນ​ຜູ້​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ຮ່ວມ​ກັນ​ທີ່​ສຳ​ຄັນຂອງ​ໂລກ, ​ເປັນແຫຼ່ງ​ກຳ​ເນີດ​ຂອງ​ພະ​ລັງ​ແຮງ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ, ເປັນ​ຕະ​ຫຼາດ​ໃຫຍ່​ທີ່​ມີ​ພະ​ລັງ​ຊີ​ວິດ​ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ​ການ​ບຸກ​ເບີກ​ໂອ​ກາດ​ການ​ຄ້າ ແລະ​ເປັນ​ຜູ້​ປະ​ກອບ​ສ່ວນ​ທີ່​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ​ໂລກ.

ທ່ານ​ສີ​ຈິ້ນ​ຜິ​ງ ​ກ່າວ​​ວ່າ: ຄາດ​ວ່າໃນ 15 ປີ​ຂ້າງ​ໜ້າ​ນີ້, ຈີນ​ຈະ​ນຳ​ເຂົ້າສິນຄ້າ​ຫຼາຍກວ່າ 30.000 ຕື້​ໂດ​ລາ​ສະຫະລັດ ​ແລະ ນຳ​ເຂົ້າການ​ບໍລິການຫຼາຍກວ່າ 10.000 ຕື້​ໂດ​ລາ​ສະຫະລັດ. ຈີນ​ຈະ​ສຸມ​ກຳລັງ​ແຮງຫຼາຍກວ່າ​ເກົ່າ​ໃນ​ການ​ສົ່ງ​ເສີມ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃຫ້​ກວ້າງຂວາງ​ກວ່າ​ເກົ່າ ​ໂດຍ​ຈັດຕັ້ງປະຕິບັດ​​ໃນ 5 ດ້ານ ຄື: ກະຕຸກຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອ​ນຂອງ​ການ​ນຳ​ເຂົ້າ, ຜ່ອນຄາຍ​ເງື່ອນ​ໄຂ​ຕໍ່ການ​ເຂົ້າສູ່ຕະຫຼາດຈີນຢ່າງ​ຕໍ່​ເນື່ອງ, ສ້າງ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດລະດັບ​ໜຶ່ງ​ຂອງ​ໂລກ​, ສ້າງ​ຈຸດ​ຍຸດ​ທະ​ສາດ​ໃໝ່ແຫ່ງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຫຼາຍຝ່າຍ​ແລະ​ສອງ​ຝ່າຍ​ໃຫ້​ພັດທະນາ​ເຂົ້າສູ່​ລວງ​ເລິກ.

ມາດ​ຕະການ​ເຫຼົ່ານີ້​ຍັງລວມທັງ ຈີນ​ຈະ​ປັບຫຼຸດພາສີ​ໃຫ້​ຕ່ຳລົງ​ອີກ, ຫຼຸດຜ່ອນ​ຕົ້ນທຶນ​ທາງ​ດ້ານ​ລະບຽບ​ການ​ໃນ​ຂອດ​ການ​ນຳ​ເຂົ້າ, ​ເລັ່ງພັດທະນາ​ຂະ​ແໜງ​ການ​ທີ່ປາກົດ​ຂຶ້ນໃໝ່​ແລະ​ຮູບ​ແບບ​ໃໝ່ ​ເຊັ່ນ: ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ເປັນຕົ້ນ; ​ເປີດ​ກວ້າງການ​ເປີດ​ປະຕູ​ຂະ​ແໜງ​ການ​ທະນາຄານ​ຢ່າງ​ໝັ້ນທ່ຽງ, ສົ່ງ​ເສີມ​ການ​ເປີດ​ປະຕູ​ຂະ​ແໜງ​ການ​ບໍລິການ​ຢ່າງ​ຕໍ່​ເນື່ອງ, ຜ່ອນ​ຄາຍການ​ຈຳກັດອັດຕາການ​ຖື​ຫຸ້ນຂອງ​ທຶນ​ຕ່າງປະ​ເທດ​ໃນ​ຂົງ​ເຂດການ​ສຶກສາ, ການ​ປິ່ນປົວ​ສຸຂະພາບ​ແລະ​ອື່ນໆ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ຕື່ມ​ວ່າ: ຈີນ​ຍິນ​ດີ​ຊຸກຍູ້​ໃຫ້​​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນບັນລຸ​ໂດຍ​ໄວ​ ລວມທັງ​ເລັ່ງລັດການ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ລົງທຶນ​ລະຫວ່າງ​ຈີນ-​ເອີຣົບ ​ແລະ ​ເລັ່ງລັດ​ຂະ​ບວນການ​ເຈລະຈາ​ເຂດ​ການ​ຄ້າ​ເສລີ​ຈີນ-ຍີ່ປຸ່ນ-ສ.​ເກົາຫຼີອີກ​ດ້ວຍ.

ທ່ານສີຈີ້ນຜິງ, ກ່າວວ່າ, ເພື່ອສ້າງສະພາບແວດລ້ອມການດຳເນີນທຸລະກິດລະດັບສາກົນ, ຈີນຈະເດັດດ່ຽວລົງໂທດການກະທຳທີ່ລ່ວງລະເມີດສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ໂດຍສະເພາະ ແມ່ນຊັບສິນທາງປັນຍາ ຂອງນັກທຸລະກິດຕ່າງປະເທດ, ຍົກສູງຄຸນນະພາບການ ກວດກາແລະປະສິດທິພາບການກວດກາຊັບສິນທາງປັນຍາ, ປະຕິບັດຕາມລະບຽບການໄຊ້ແທນ ໃນລັກສະນະລົງໂທດ, ເພື່ອເພີ່ມການລົງໂທດຕໍ່ການລະເມີດກົດໝາຍຢ່າງເຄັ່ງຄັດ.

ທ່ານກ່າວວ່າ, ຈີນຈະເລັ່ງອອກລະບຽບການວ່າດ້ວຍການລົງທຶນຂອງນັກທຸລະກິດຕ່າງ ປະເທດ, ປັບປຸງລະບົບກົດໝາຍທີ່ກ່ຽວຂ້ອງກັບຕ່າງປະເທດໃຫ້ຈະແຈ້ງແລະໂປ່ງໃສ, ລົງເລິກ ປະຕິບັດລະບຽບການໃຫ້ສິດນັກລົງທຶນຕ່າງປະເທດເທົ່າທຽມກັບພົນລະເມືອງຈີນໃນດ້ານການລົງທຶນ ແລະອອກບັນຊີການລົງທຶນທີ່ສະຫງວນໄວ້ໃຫ້ພົນລະເມືອງຈີນຢ່າງຮອບດ້ານ, ເຄົາລົບ ຫຼັກການສາກົນໃນການດຳເນີນທຸລະກິດ,ປະຕິບັດຕໍ່ວິສາຫະກິດປະເພດຕ່າງໆທີ່ຂຶ້ນທະບຽນຢູ່ພາຍໃນຈີນຢ່າງສະເໝີພາບກັນ. ພ້ອມກັນນັ້ນ, ທ່ານກໍ່ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຄວນແກ້ໄຂ ບັນຫາຂອງຕົນ, ບໍ່ຄວນຕຳໜິວິຈານແຕ່ປະເທດອື່ນ, ໂດຍບໍ່ພິຈາລະນາຕົນເອງ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ທຽບ​ໃສ່​​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ອື່ນໆ, ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ຍັງ​ຢູ່​ແຖວ​ໜ້າ​​ຂອງ​ໂລກ, ມີ​ເງື່ອນ​ໄຂ​ທີ່​ດີ​ຫຼາຍ​ຢ່າງ​ທີ່ສາ​ມາດ​ຮັກ​ສາ​ເສດ​ຖະ​ກິດ​​ໃຫ້ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ແຂງ​ແຮງ​ແລະ​ຍາວ​ນານ.

ທ່ານ​ເຫັນ​ວ່າ, ສະ​ພາບ​​ພື້ນ​ຖານ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ແຂງ​ແຮງ​ບໍ່​ມີ​ການ​ປ່ຽນ​ແປງ, ເງື່ອນ​ໄຂ​ດ້ານ​ປັດ​ໄຈ​ການ​ຜະ​ລິດ​ທີ່​ຄ້ຳ​ຊູ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ກໍບໍ່​ມີ​ການ​ປ່ຽນ​ແປງ, ທ່ວງ​ທ່າໃຫຍ່​ທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ໄປ​​ໃນ​ທິດ​ທາງ​ທີ່​ດີ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຍາວ​ນານ​ບໍ່​ມີ​ການ​ປ່ຽນ​ແປງ, ຄວາມ​ສາ​ມາດ​​ໃນການ​ດັດ​ສົມ​ຄວບ​ຄຸມ​ມະ​ຫາ​ພາກ​ແຫ່ງ​ຊາດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ປະ​ຕິ​ຮູບ​​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ຮອບ​ດ້ານ​ທັງ​ໄດ້​ປ່ອຍ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສີ​ຈິ້ນ​ຜິງ ​ຍັງ​ໄດ້​ຕີ​ລາ​ຄາ​ອີກວ່າ: ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້ປະ​ສົບ​ກັບ​ຄວາມ​ຂັດ​ແຍ້ງ​​ແລະ​ບັນ​ຫາ​ເຄັ່ງ​ຮ້ອນຈຳ​ນວນ​ໜຶ່ງ, ຄວາມ​ບໍ່​ແນ່ນອນ​ໃນ​ຂົງ​ເຂດ​ຈຳ​ນວນ​ໜຶ່ງ​ກໍ​ໄດ້​ເພີ່ມ​ຂຶ້ນ, ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ສ່ວນ​ໜຶ່​ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຂຶ້ນ, ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ຈຳ​ນວນ​ໜຶ່ງ​ເພີ່ມ​ຂຶ້ນ. ທ່ານ​ເຫັນ​ວ່າ, ເສ​ດ​ຖະ​ກິດ​ຈີນ​ແມ່ນ​ທະ​ເລ​ທີ່ກວ້າງ​ໃຫຍ່​ໄພ​ສານ, ຫາກ​ບໍ່​ແມ່ນ​​ສະ​ນ້ຳ​ນ້ອຍ, ລົມ​ພາ​ຍຸ​ແລະ​ຝົນ​ຕົກ​ແຮງ​ຊ່ຳ​ໃດ​ກໍບໍ່​ສາ​ມາດ​ທຳ​ລາຍ​ທະ​ເລ​ໄດ້, ເສດ​ຖະ​ກິດ​ຈີນ​ຈະ​ສາ​ມາດເລັ່ງ​ເຂົ້າ​ສູ່​​ທິດ​ທາງ​ການ​ທີ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ແນ່ນອນ.

ທ່ານ​ສີ​ຈິ້ນ​ຜິງ ​ກ່າວ​ວ່າ: ຈີນ​ປະ​ກາດ​ວາງ 3 ນະ​ໂຍ​ບາຍ​ເພື່ອ​ຊຸກ​ຍູ້​ໃຫ້​ນະ​ຄອນ​ຊຽງ​ໄຮແລະ​ເຂດ​ແຂວງ​ອື່ນໆ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ.

ໜຶ່ງ: ຈີນ​ຈະ​ສ້າງ​ເຂດທົດ​ລອງ​ການ​ຄ້າ​ເສ​ລີ​ຊຽງ​ໄຮເຂດ​ໃໝ່ ເພື່ອ​ສົ່ງ​ເສີມ​ແລະ​ສະ​ໜັບ​ສະ​ໜູນ​ນະ​ຄອນ​ຊຽງ​ໄ​ຮ​ສະ​ສົມ​ບົດ​ຮຽນ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ລົງ​ທຶນ​ແລະ​ການ​ຄ້າ​ເສ​ລີ​ທີ່​ສາ​ມາດ​ຮຽນ​ແບບ​ແລະ​ນຳ​ໄປ​ໃຊ້​ໄດ້​ໃນ​ຂອບ​ເຂດທົ່ວ​ປະ​ເທດ; ​ສອງ: ສ້າງກະ​ດານ​ຫຸ້ນ​ປະ​ດິດ​ສ້າງ​​ທາງ​ດ້ານ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ​ຢູ່ຕະຫຼາດຫຼັກ​ຊັບ​ຊ​ຽງ​ໄຮ​ແລະ​ທົດ​ລອງ​ລະ​ບົບ​ລົງ​ທະ​ບຽນ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ສູນ​ການ​​ເງິນສາ​ກົນ​ຊຽງ​ໄ​ຮ​ແລະ​ສູນ​ປະ​ດິດ​ສ້າງ​​ທາງ​ດ້ານ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ; ​ສາມ: ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາການ​ເຊື່ອມ​ໂຍງ​​ເຂົ້າ​ກັນ​ລະ​ຫວ່າງນະ​ຄອນ​ຊຽງ​ໄຮ, ແຂວງ​ເຈີ້​ຈ່ຽງ, ແຂວງ​ຈ່ຽງ​ຊູ່​ແລະ​ເຂດ​ອື່ນໆ​ໃນເຂດ​ສາມ​ລ່ຽມ​ແມ່​ນ້ຳ​ຢາງ​ຊີ​ກຽງ​ອື່ນໆ​ເປັນ​ອັນ​ດຽວ​ກັນ ແລະ​ໃຫ້​ກາຍ​ເປັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ໂດຍ​ປະ​ສານ​ສົມ​ທົບ​ກັບ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ການ​ຊ່ວຍ​ຊູ້​ຍູ​ໜູນການ​ພັດ​ທະ​ນາ​ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ທ່ຽນ​ສິນ ແລະ​ແຂວງ​ເຮີ​ເປີຍ​​ໄປພ້ອມ​ກັນ, ການ​ພັດ​ທະ​ນາ​ແລວ​ທາງ​ເສດ​ຖະ​ກິດ​ແມ່​ນ້ຳ​ຢາງ​ຊີ​ກຽງ ແລະ ການ​ສ້າງ​ເຂດ​ຕ້າ​ວານ​ແຂວງກວາງ​ຕຸ້ງ, ຮົງ​ກົງ​ແລະ​ມາ​ກາວ ເພື່ອ​ປັບ​ປຸງ​ແຜນ​​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໃຫ້​ສົມ​ບຸນຍິ່ງ​ຂຶ້ນ.

 

ຄຳ​ເຫັນ

0