黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ເຊີ້ນ​ໄຫ​ຊົງ: “ເສ​ດ​ຖະ​ກິດ​ຈີນ​ແມ່ນ​ທະ​ເລ​ທີ່ກວ້າງ​ໃຫຍ່​ໄພ​ສານ” ໄດ້​ກາຍ​ເປັນວາ​ທະ​ຍອດ​ນິ​ຍົມ​ທາງ​ອິນ​ເຕີ​ເນັດ

2018-11-06 16:27:35 cri

ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສື່ມວນ​ຊົນເສດ​ຖະ​ກິດ​ການ​ເງິນ​​ແລະ​ອົງ​ການ​ຄັງ​ປັນ​ຍາສາ​ກົນ​ຫົງ​ຊຽວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ເຊີ້ນ​ໄຫ​​ສົງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ວ່າ, ຄຳ​ເວົ້າ​ທີ່​ດີ​ໃນ​ຄຳ​ປາ​ໄສຂອງ​ທ່ານ​ສີ​ຈິ້ນ​ຜິງ ທີ່​ກ່າວ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​ກາຍ​ເປັນ​ວາ​ທະ​ຍອດ​ນິ​ຍົມ​ທາງອິນ​ເຕີ​ເນັດ​ທັນ​ທີ, ເປັນ​ທີ່​ຖືກ​ໃຈ​ຂອງ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຈີນ​ແລະ​ຕ່າງ​ປະ​ເທດ.

ທ່ານ​ເຊີ້ນ​ໄຫ​​ສົງ ກ່າວ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ໄດ້​ບັນ​ລະ​ຍາຍ​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຂອງ​ຈີນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ທີ່​ສ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ກັບ​ໂລກ, ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ. ຄຳ​ທີ່​ວ່າ “ເສດ​ຖະ​ກິດ​ຈີນ​ແມ່ນ​ທະ​ເລ​ທີ່ກວ້າງ​ໃຫຍ່​ໄພ​ສານ” “ການ​ຮ້ອງ​ເພງ​ຮ່ວມ​ກັນ” “ໄຟ​ສາຍ” ແລະ​ອື່ນໆ​ໄດ້​ກາຍ​ເປັນ​ວາ​ທະ​ຍອດ​ນິ​ຍົມ​ທາງ​ອິນ​ເຕີ​ເນັດ​​ທັນ​ທີ, ເປັນ​ຄຳ​ທີ່​ຖືກ​ໃຈ​ບຸກ​ຄົນ​ຈີນ​ແລະ​ຕ່າງ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ. ໃນ​ຖາ​ນະ​ເປັນ​ງານ​ວາງ​ສະ​ແດງ​ສາ​ກົນ​ຂະ​ໜາດ​ໃຫຍ່​ທີ່​ເນັ້ນ​ຫົວ​ຂໍ້​ຕົ້ນ​ຕໍ​​ການນຳ​ເຂົ້າ​ງານ​ທຳ​ອິດ​ໃນ​ໂລກ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ຂອງ​ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາ​ຍນອກ, ​ທັງສະ​ແດງ​​ໃຫ້​ເຫັນທ່າ​ທີ​ອັນ​ຕັ້ງ​ໜ້າ​ທີ່​ຈີນ​ເປີດ​ຕະ​ຫຼາດ​ຕໍ່​ໂລກ​ຢ່າງເປັນ​ເຈົ້າ​ການ, ທັງ​ໄດ້​ສະ​ແດງ​ເຖິງ​ຄວາມ​ປາດ​ຖະ​ໜາ​ຢ່າງ​ຈິງ​ໃຈ​ທີ່​ຈີນ​​ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ຕ່າງໆ​ມີ​ສ່ວນຮ່ວມ​ແລະ​​ແບ່ງ​ປັນ​ໂອ​ກາດ​​ການພັດ​ທະ​ນາ​ໃໝ່​ຂອງ​ຈີນ.

ຄຳ​ເຫັນ

0