黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຂວ້ຳ​ບາດ​ຈະ​ບໍ່​ສາມາດ​ສະກັດ​ກັ້ນການສົ່ງ​ອອກ​ນ້ຳມັນດິບ​ຂອງ​ອີຣານ​ໄດ້

2018-11-06 10:40:55 CRI

ທ່ານຮາ​ຊັນ ຣູຮາ​ນີ ປະທານາທິບໍດີ​ອີຣານ ກ່າວ​ໃນ​ວັນ​ທີ 5 ພະຈິກ​ນີ້​ວ່າ: ​ເຖິງ​ວ່າ​ອາ​ເມຣິກາ​ຕົກລົງ​​ເ​ລີ່​ມຕົ້ນການ​ຂວ້ຳ​ບາດທາງ​​ເສດຖະກິດຕໍ່​ອີຣານຮອບ​ໃໝ່​ນັບ​ແຕ່​ວັນ​ທີ 5 ພະຈິກ​ນີ້​ເປັນຕົ້ນ​ໄປ​ກໍ​ຕາມ ​ແຕ່ອີຣານກໍ​ຈະ​ສືບ​ຕໍ່​ສົ່ງ​ອອກ​ນ້ຳມັນ​ດິບ​ແລະ​ຈຳໜ່າຍ​ໃນ​ຕະຫຼາດສາກົນ.

​ໂທລະພາບ​ແຫ່ງ​ຊາດ​ອີຣານລາຍ​ງານ​ວ່າ ທ່ານຣູຮາ​ນີ ​ໄດ້​ກ່າວຂະນະ​ທີ່​ເຂົ້າຮ່ວມ​ກິດຈະກຳ​ຄັ້ງໜຶ່ງ​ໃນ​ວັນ​ດັ່ງກ່າວ​ຢູ່​ນະຄອນຫຼວງ​ເຕ​ເຮຣານວ່າ: ອີຣານຈະທຳລາຍ​ການ​ຂວ້ຳ​ບາດ​ຂອງ​ອາ​ເມຣິກາທາງ​ເສດຖະກິດຕໍ່​ອີຣານ​ດ້ວຍ​ວິທີ​ທີ່​ເໝາະ​ສົມ. ​ເຖິງ​ວ່າ​ອາ​ເມຣິກາບໍ່​ໄດ້​​ໃຫ້​ການ​ຍົກ​ເວັ້ນແກ່​ປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ການ​ນຳ​ເຂົ້ານ້ຳມັນ​ຂອງ​ອີຣານກໍ​ຕາມ ອີຣານກໍ​ມີຄວາມ​ສາມາດສົ່ງ​ອອກ​ນ້ຳມັນ​ດິບ​ຕໍ່​ຕະຫຼາດສາກົນ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0