黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ໂລກ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ງານ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ

2018-11-07 14:24:32 cri

ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ຕ່າງໆຮອບ​ທີ 3 ຂອງ​ສະ​ພາ​​ສິດ​ທິ​ມະ​ນຸດ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ໃນ​ວັນ​ທີ 6 ພະ​ຈິກ​ນີ້, ທ່ານ​ເລີ້ຢ​ວີ້​ເຊີງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ແລະ​ໄດ້​ກ່າວ​ປາ​ໄສ​ໂດຍ​ມີ​ຫົວ​ຂໍ້ “​ເດີນຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ມີ​ສີ​ສັນ​ຂອງ​ຈີນ, ຂຽນ​​ໜ້າໃໝ່​​ໃນ​ປຶ້ມ​ປະ​ຫວັດ​ສາດ​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ຂອງ​ຈີນ”, ເພື່ອ​ແນະ​ນຳ​ຜົນ​ງານ​ພັດ​ທະ​ນາ​ທີ່​ຈີນ​ຍາດ​ມາ​ໄດ້​ຢ່າງ​ຮອບ​ດ້ານ.

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ມີ 120 ກວ່າ​ປະ​ເທດ​ເຊັ່ນ: ຣັດ​ເຊຍ, ອາ​ຟ​ຣິ​ກາ​ໃຕ້, ປາ​ກີ​ສະ​ຖານ, ກູ​ບາ, ກຳ​ປູ​ເຈຍ​ແລະປະ​ເທດ​ອື່ນ​ໆ​ໄດ້​ປະ​ກອບ​ຄຳ​ເຫັນ, ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ສະ​ໜັບ​ສະ​ໜູນ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ຢ່າງ​ເຕັມ​ທີ່, ເຫັນ​ວ່າ​ຄວາມ​ຄືບ​ໜ້າ​ທີ່​ຈີນ​ໄດ້​ຮັບ​ໃນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ຊຸກ​ຍູ້​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ສັງ​ຄົມ​ມີ​ຄວາມ​ໝາຍ​ສຳ​ຄັນ, ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຮ່ວມ​ກັນ​ຂອງ​ປະ​ເທດ​ຕ່າງ​ໆ.

ພາຍ​ຫຼັງ​ການ​ພິ​ຈາ​ລະ​ນາ​ສິ້ນ​ສຸດ​ລົງ​ແລ້ວ, ຜູ້​ຕາງ​ໜ້າ​ຂອງ​ຫຼາຍ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​​ໄດ້ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຄະ​ນະ​ຜູ້​ແທນ​ຈີນ.

ຄຳ​ເຫັນ

0