吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຮານ​ເຈີ້​ງ​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີ​ໄທ

2018-11-07 16:51:50 cri

ວັນ​ທີ 6 ພະຈິກ​ນີ້, ທ່ານ​ຮານ​ເຈີ້​ງ ກຳມະ​ກາ​ນປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສົມຄິດ ຈາຕຸສີ​ພິທັກ ຮອງ​ນາຍົກລັດຖະມົນຕີ​ໄທ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ.

ທ່ານ​ຮານ​ເຈີ້​ງກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນ​​ໃນ​ພິທີ​ເປີດ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​​ເນັ້ນ​​ໃຫ້​​ເຫັນ​ວ່າ: ການສ້າງເສດຖະກິດ​ໂລກ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ທີ່​ປະດິດ​ສ້າງ​ໃໝ່ ​ແລະ​ໂອບ​ເອື້ອ​ອາລີ​ຮ່ວມ​ກັນ ນັ້ນ​​ແມ່ນ​ມາດຕະການ​ໃໝ່​ຂອງ​ຈີນ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ ​ແລະ​​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແມ່ນ​ການ​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ຂອງ​ຈີນ​​ໃນ​ການ​ເປີດ​ປະຕູ​ສູ່​​ໂລກ. ຫວັງ​ວ່າ​ສອງ​ຝ່າຍ​ຈີນ-​ໄທ​ຈະຕັ້ງໜ້າ​ຊຸກຍູ້​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະຮ່ວມ​ມືກັນ, ​ເລັ່ງລັດ​ການ​ກໍ່ສ້າງ​ໂຄງການ​ຕົ້ນຕໍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ, ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ຈີນ ​ແລະ​ອາຊຽນ ​ແລະ​ຊຸກຍູ້​ການ​ຮ່ວມມື​ຕົວ​ຈິງ​​ໃນຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ-​ໄທ​​ໃຫ້​ໄດ້ຮັບ​ໝາກຜົນ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ສົ​ມຄິດ​ກ່າວ​ວ່າ: ຝ່າຍ​ໄທສະ​ແດງ​ຄວາມຊົມ​ເຊີຍຈີນ​ທີ່​ໄດ້ຈັດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳ​ອິດ​ຢ່າງສຳ​ເລັດ​ຜົນ ​ແລະ​ຍິນ​ດີ​ເພີ່ມທະວີ​ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ກັບ​ຈີນ, ຊຸກຍູ້​ການ​ຄ້າ​ເສລີ ​ແລະ​ຍິນ​ດີ​ຕ້ອນຮັບ​ຝ່າຍ​ຈີນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ “​ແລວ​​ເສດຖະກິດ​ພາກ​ຕາ​ເວັນ​ອອກ” ຂອງ​ໄທ.

ຄຳ​ເຫັນ

0