黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 5

2018-11-07 16:26:00 cri

ກອງ​ປ​ະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 5 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ອູ່​​ເຈີ້ນແຂວງ​ເຈີ້​ຈ່ຽງ​ຈີນ​ໃນວັນ​ທີ 7 ພະ​ຈິກນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ໂລກ​ປັດ​ຈຸ​ບັນ​ພວມ​ເກີດ​ມີ​ການ​ປ່ຽນ​ແປງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຂະ​ແໜງ​ການ​ທີ່ກວ້າງ​ຂວາງກວ່າ​ເກົ່າ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ. ອິນ​ເຕີ​ເນັດ, Big Date, ປັນ​ຍາ​ປະ​ດິດ ແລະ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ທັນ​ສະ​ໄໝ​ອື່ນໆ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ເສດ​ຖະ​ກິດ​ດີ​ຈີ​ຕອນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕ່າງໆ​ນັບ​ມື້​ນັບ​​ຕິດ​ພັນ​ໃກ້​ຊິດກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ເຖິ​ງວ່າ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມີ​​ເງື່ອນ​ໄຂແຫ່ງ​ຊາດ​ຕ່າງ​ກັນ, ໄລ​ຍະ​ພັດ​ທະ​ນາ​ດ້ານ​ອິນ​ເຕີ​ເນັດ​ຕ່າງ​ກັນ, ແລະ​ຜະ​ເຊີນ​ກັບ​​ສິ່ງ​ທ້າ​ທາຍ​ຕ່າງ​ກັນກໍ​ຕາມ, ແຕ່​ວ່າ​ຄວາມ​ປາດ​ຖະ​ໜາ​ທີ່​​ຈະຊຸກ​ຍູ້​​ການ​ພັດ​ທະ​ນາເສດ​ຖະ​ກິດດີ​ຈີ​ຕອນ​, ​ມີ​ຜົນ​ປະ​ໂຫຍດ​ຄື​ກັນ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ, ແລະ​ມີ​ຄວາມ​ຕ້ອງ​ການ​ປັບ​ປຸງ​​ພື້ນ​ທີ່ອິນ​ເຕີ​ເນັດ​ຄື​ກັນ. ປະ​ເທດ​ຕ່າງໆ​ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຖື​​ການພັດ​ທະ​ນາ​ຮ່ວມ​ກັນ​ເປັນ​ກຳ​ລັງ​ແຮງແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​ເປົ້າ​ໝາຍ, ເດີນ​ຕາມ​ເສັ້ນ​ທາງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ປັບ​ປຸງ​ຮ່ວມ​ກັນ, ເຮັດ​ໃຫ້​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທາງ​ອິນ​ເຕີ​ເນັດ​ມີ​ຊີ​ວິດ​ຊີ​ວາກວ່າ​ເກົ່າ.

ຄຳ​ເຫັນ

0