尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຢາງ​ເຈ​ສື ພົບ​ປະ​ກັບ​ຜູ້​ຊ່ວຍ​ວຽກ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ

2018-11-08 11:57:45 cri

ຕາມ​ຂ່າວCRI: ວັນ​ທີ 7 ພະ​ຈິກ​ນີ້​, ທ່ານ ຢາງ​ເຈ​ສື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ​​ໄດ້​ພົບ​ປະ​ກັບ​ທ່ານ ຈອນ ໂບນ​ຕັນ ຜູ້​ຊ່ວຍ​ວຽກ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາຢູ່​ທຳ​ນຽບ​ຂາວປະ​ເທດ​ອາ​ເມ​ຣິ​ກາ.
 

ທ່ານ ຢາງ​ເຈ​ສື ກ່າວ​ວ່າ: ການ​ທີ່ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​​ຮັກ​ສາ​​ການ​ພັດ​ທະ​ນາ​ທີ່​ໝັ້ນ​ທ່ຽງ​ແລະ​ປອດ​ໃສ,ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​ກໍ​ຄື​ບັນ​ດາ​ປະ​ເທດ​ໃນ​ໂລກ. ນັບ​ແຕ່​ລັດ​ຖະ​ບານ​ຊຸດໃໝ່​ຂອງ​ອາ​ເມ​ຣິ​ກາ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຕົ້ນ​ມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​​ກັນຢ່າງ​ໃກ້​ຊິດໂດຍ​ຜ່ານ​ການ​ພົບ​ປະ,ການ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ,ຈົດ​ໝາຍແລະ​ວິ​ທີ​ການ​ອື່ນໆ ເຊິ່ງເປັນ​ທິດ​ຊີ້​ນຳທາງ​ຍຸດ​ທະ​ສາດຕໍ່ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ຕິດ​​ຕໍ່​ແລກ​ປ່ຽນ​ຄວາມ​ເຫັນແລະ​ການ​ປະ​ສານ​ງານ,ຊຸກ​ຍູ້​ການ​ເຈ​ລະ​ຈາ​ແລະ​ການ​ຮ່ວມ​ມື,ແກ້​ໄຂ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ,ເຮັດ​ວຽກ​ກະ​ກຽມ​ຢ່າງ​ລະ​ອຽດຮອບ​ຄອບ​ໃຫ້​ດີ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ,ຮັບ​ປະ​ກັນ​ການ​ເຈ​ລະ​ຈາ​​ຢູ່​ປະ​ເທດອາກ​ຊັງ​ຕິນ​ລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ດີ.
 

ທ່ານ ຈອນ​ ໂບນ​ຕັນ ກ່າວ​ວ່າ: ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາຄອງ​ຄອຍທີ່​ຈະ​ພົບ​ປະ​ກັບ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ 20 ປະ​ເທດທີ່​ປະ​ເທດ​ອາກ​ຊັງ​ຕິນ. ຝ່າຍ​ອາ​ເມ​ຣິ​ກາ​ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ຝ່າຍ​ຈີນ​ຢ່າງ​ແໜ້ນ​ແຟ້ນ,ເຮັດ​ວຽກ​ກະ​ກຽມ​ຢ່າງ​ລະ​ອຽດ​ຮອບ​ຄອບ,ຊຸກ​ຍູ້​ການ​ພົບ​ປະລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ດີ. ​ອາ​ເມ​ຣິ​ກາ​ກໍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລືແລະ​ການ​ຮ່ວມ​ມື​ກັບ​ຈີນ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ​ແລະ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນ​,ຊຸ​ກ​ຍູ້​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແລະ​ຜົນ​ສຳ​ເລັດ​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0