尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​ຈັດ​ການ​ແຂ່ງ​ຂັນ​ລົດແຣນ​ລີ​ສາ​ກົນ​ຈີນ-ອາ​ຊ​ຽນ​ປີ 2018 ​ໄລ​ຍະ​ທາງ​ຕ່າງ​ປະ​ເທດ

2018-11-08 11:58:23 cri

ການ​ແຂ່ງ​ຂັນ​ລົດແຣນ​ລີ​​ສາ​ກົນ​ຈີນ-ອາ​ຊຽນ​ປີ 2018 ແລະ ການ​ແຂ່ງ​ຂັນ​ລົດສື່ມວນ​ຊົນ​ແຣນ​ລີ​​​ຈີນ-ອາ​ຊຽນ​ໄດ້​ຈັດ​ພິ​ທີ​​ອອກລົດ​ໄລ​ຍະ​ທາງກວາງ​​ຊີ​ໃນ​ວັນ​ທີ 7 ພະ​ຈິກ​ນີ້​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ. ຫຼັງ​ຈາກ​ນັ້ນ, ຂະ​ບວນ​ລົດ​ໄດ້​ອອກ​ເດີນ​ທາງ​ຈາກ​ດ່ານ​ມິດ​ຕະ​ພາບ​ພຽງ​ຊຽງ​ຂອງ​ເຂດ​ກວາງ​ຊີ​ເຂົ້າ​ແດນ​ຫວຽດ​ນາມ,ເລີ່ມແລ່ນ​ລົດໄລ​ຍະ​ທາງ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ເປັນ​ທາງ​ການ.
 

ວັນ​ທີ 31 ຕຸ​ລາ​ຜ່ານ​ມາ, ຂະ​ບວນ​ລົດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນດັ່ງ​ກ່າວ​ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ລານ​ໂຈ່​ແຂວງ​ກ່ານ​ຊູ້,ຜ່ານ​ນະ​ຄອນ​ຊີ່​ອ່ານ,ນະ​ຄອນ​ຮ້ານ​ຈົ່ງ,ນະ​ຄອນ​ຈຸ່ງ​ກິ່ງ,ນະ​ຄອນ​ກຸ້ຍ​ຢາງ,ສຸດ​ທ້າຍ​ໄດ້​ໄປ​ຮອດ​ນະ​ຄອນ​ນານ​ນິງ. ໃນ​ວັນ​ທີ 7 ພະ​ຈິກ​ນີ້, ຂະ​ບວນລົດ​ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ນານ​ນິງ​ເພື່ອ​ເຂົ້າ​ສູ່ຫວຽດ​ນາມ,ຜ່ານ​ລາວ,ໄທ,ມາ​ເລ​ເຊຍ,ແລ້ວ​ສິ້ນ​ສຸດ​ລົງ​ຢູ່​ສິງ​ກະ​ໂປ. ໄລ​ຍະ​ທາງ​ທັງ​ໝົດ​ຂອງ​ການ​ແຂ່ງ​ຂັນ​ມີ​ປະ​ມານ 1 ໝື່ນ​ກິ​ໂລ​ແມັດ,ຈະໃຊ້​ເວ​ລາ 20 ວັນ.

ຄຳ​ເຫັນ

0