李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ປະ​ເທດ​ອາ​ຊຽນ​ໃນ​ການ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື COC

2018-11-09 16:15:55 cri

    ຫວ່າງ​ກ່ອນນີ້​ບໍ່​ດົນ, ທ່ານ ເຕວ​ໂດ​ໂຣ ໂລ​ເຊນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິ​ບ​ປິນ​ກ່າວ​ວ່າ, ຈີນ​ແລະ​ອາ​ຊຽນ​ພວມ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ກ່ຽວ​ກັບ “ກົດ​ແຫ່ງ​ການ​ປ​ະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ຫຼື COC. ທ່ານນາງ ຮ​ວ້າ​ຊູ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງນີ້​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ພະ​ຈິກ​ຜ່ານ​ມາ​ວ່າ: ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ບັນ​ດາ​ປະ​ເທດອ​າ​ຊຽນ ເຊິ່ງ​ລວມ​ທັງ​ຟິ​ລິບ​ປິນ ເພື່ອ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ແລະ ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ທາງ​ທະ​ເລ.

    ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢິງ ກ່າວ​ວ່າ: ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີ​ນ​ໃຕ້ ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ, ແມ່ນ​ຄວາມ​ມຸ່ງມາດ​ປາ​ຖະ​ໜາ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ. ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ລວມ​ທັງ​ຟິ​ລິ​ບ​ປິນ ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ແລະ ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ, ປັບ​ປຸງ​ສະ​ພາບ​ທີ່​ດີ​​ຢູ່​ແລ້ວໃນ​ປັດ​ຈຸ​ບັນ​ໃຫ້​ດີ​ຍິ່ງ​ຂຶ້ນ.

ຄຳ​ເຫັນ

0