李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ບິວ​ເກດ ກ່າວ​ວ່າ​ການ​ຫັນ​ເປັນ​ດິ​ຈີ​ຕອນ​ຂອງ​ຈີນ​ໄດ້​ນຳ​ໜ້າ​ໂລກ

2018-11-09 16:18:56 cri

    ຫວ່າງມໍ່ໆ​ມານີ້, ທ່ານ ບິວ ເກດ ປະ​ທ​ານ​ຮ່ວມ​ກອງ​ທຶນ​ບິວ​ແລະ​ເມ​ລິນ​ດາ​ເກດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ຢູ່​ຈີນ ໃນຫຼາຍ​ເຂດ​ຂົງ​ໄດ້​ບັນ​ລຸ​ການ​ພັ​ດ​ທະ​ນາ​ຢ່າງວ່ອງ​ໄວ ແລະ​ໄດ້​ມີ​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງຫຼວງຫຼາຍ. ຖ້າ​ຖາມ​ວ່າ​ການ​ພັດ​ທະ​ນາ​ຫັນ​ເປັນ​ດິ​ຈີ​ຕອນ​ຂອງ​ກຸ່ມ​ເສດ​ຖະ​ກິດ​ໃດ​ກ້າວ​ໜ້າ​ກວ່າ​ໝູ່, ຄຳ​ຕອບ​ແມ່ນ​ຈີນ​ແນ່ນອນ.

    ທ່ານ ບິວ​ເກດ ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ: ການ​ໃຊ້​ຈ່າຍ​ທາງ​ດິ​ຈິ​ຕອນ ຖືກ​ນຳ​ໃຊ້​ຢູ່​ຈີນ​ໂດຍ​ທົ່ວ​ໄປ ຈົນ​ທຸກ​ຄົນ​​ຊີນ​ເຄີຍ​ແລ້ວ. ກອງ​ທຶນ​ເກດ​ພວມ​ຊ່ວຍ​ປະ​ເທດ​ທຸກ​ຍາກ​ໃນ​ການ​ພັດ​ທະ​ນາ​ການ​ທະ​ນາ​ຄານ​ແບບ​ດິ​ຈິ​ຕອນ, ເຊື່ອ​ວ່າ, ໃນ​ອະ​ນາ​ຄົດ, ປະ​ເທດ​ອື່ນ​ກໍ​ຈະຄ່ອຍໆ​ບັນ​ລຸ​ການ​ປ່ຽນ​ແປງ​ຫັນ​ເປັນ​ດິ​ຈິ​ຕອນ.

    ໃນ​ສາຍ​ຕາ​ຂອງ​ທ່ານ​ເກດ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ວິ​ທີ​ທີ່​ມີ​ຜົນ​ປະ​ໂຫຍດ​ທີ່​ສຸດ​ຕໍ່​ຈີນ​ແລະ​ໂລກ​ແມ່ນ​ຫຍັງ. ຈີນ​ພວມ​ຕັ້ງ​ໜ້າ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ຂອງ​ຕະຫຼາດ ລວມ​ທັງ​ການ​ສົ່ງ​ເສີມ​ການ​ແຂ່ງ​ຂັນ​ກັນ​, ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ ແລະ​ອື່ນໆ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ແມ່ນ​ສັນ​ຍ​ານ​ທີ່​ດີ ເຊິ່ງ​ຈະດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ໂດຍ​ກົງ​​ເຂົ້າ​ມາແຂ່ງ​ຂັນ​ໃນຫຼາຍ​ຂົງ​ເຂດ​ຢູ່​ຈີນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ແລະ​ສະ​ດວກກວ່າ​ເກົ່າ.

ຄຳ​ເຫັນ

0