吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະນາຄານ​​ກາງ​ຈີນ ​ແລະ​ອັງກິດ​ໄດ້​ເຊັນ​ສັນຍາ​ແລກປ່ຽນ​ເງິນ​ຕາ​ສອງ​ຝ່າຍ​ທີ່​ມີ​ມູນ​ຄ່າ 350 ຕື້​ຢວນ

2018-11-13 16:59:26 cri

ວັນ​ທີ 12 ພະຈິກ​ນີ້, ທະນາຄານ​ກາງ​ຈີນ​ໄດ້​ເປີດ​ເຜີຍ​ວ່າ: ​ໄດ້ສືບ​ຕໍ່​ເຊັນ​ສັນຍາ​ແລກປ່ຽນ​ເງິນຕາ​ສອງ​ຝ່າຍກັບ​ທະນາຄານ​ອັງກິດ ​ເພື່ອ​ຮັກສາສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເງິນ​ພາຍ​​ໃນ.

ສັນຍາ​ດັ່ງ​ກ່າວ​ລວມ​ມີ​ມູນ​ຄ່າ 350 ຕື້​ຢວນ ຫຼື 40 ຕື້​ປອນ, ​ມີ​ກຳນົດ​ເວລາ 3 ປີ ​ແລະ​ສາມາດ​ຂະຫຍາຍ​ເວລາ​ອອກ​ໄປ​ໄດ້​ຖ້າ​ສອງ​ຝ່າຍ​ເຫັນ​ດີ.

ຕາມ “ບົດ​ລາຍ​ງານການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຈີນ​ໄຕ​ມາດ​ທີ 3 ປີ 2018” ທີ່ຫາ​ກໍ​ເປີດ​ເຜີຍ​ໂດຍ​ທະນາຄານກາງ​ຈີນ, ຮອດ​ທ້າຍ​ເດືອນກັນຍາ​ຜ່ານ​ມານີ້, ພາຍ​ໃຕ້​ການ​ເຊັນ​ສັນຍາ​ແລກປ່ຽນ​ເງິນຕາ​ສອງ​ຝ່າຍ​ລະຫວ່າງ​ທະນາຄານກາງ​ຈີນ ​ແລະຕ່າງປະ​ເທດ​​ໂດຍຕ່າງປະ​ເທດ​ໄດ້ນຳ​ໃຊ້​ວົງ​ເງິນ​ຢວນ 32,48 ຕື້​ຢວນ ​ແລະ​ທະນາຄານ​ກາງຈີນ​ໄດ້​ນຳ​ໃຊ້​ວົງ​ເງິນ​ຕ່າງປະ​ເທດ 892 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ໄດ້​​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ລົງ​ທຶນ​ດ້ານການ​ຄ້າ​ສອງ​ຝ່າຍ.

 

ຄຳ​ເຫັນ

0