黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນ-ອົສຕຼາລີຈັດການພົບປະປຜະຈຳປີຄັ້ງທີ 6

2018-11-14 20:39:34 cri

图片默认标题_fororder_CqgRLlvsndiAF5ewAAAAAAAAAAA637.900x730

ຕອນບ່າຍວັນທີ 14 ພະຈິກນີ້ ເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຮ່ວມກັບ ທ່ານໂມລີຊັນ ນາຍົກລັດຖະມົນຕີອົສຕຼາລີຈັດການພົບປະກັນລະຫວ່າງນາຍົກລັດຖະມົນຕີຈີນ-ອົສຕຼາລີ ຄັ້ງທີ 6 ຢູ່ສິງກະໂປ.

ທ່ານຫຼີເຄີ້ສຽງກ່າວວ່າ, ຈີນແລະອົສຕຼາລີເປັນຄູ່ຮ່ວມມືທີ່ສຳຄັນເຊິ່ງກັນແລະກັນ ເຊິ່ງຄັ້ງນີ້ເປັນການພົບ ປະກັນລະຫວ່າງນາຍົກລັດຖະມົນຕີປະຈຳປີຄັ້ງທຳອິດຫຼັງຈາກລັດຖະບານຊຸດໃໝ່ຂອງອົສຕຼາລີໄດ້ສ້າງ ຕັ້ງຂຶ້ນເປັນຕົ້ນມາ ແລະກໍ່ເປັນການພົບປະຄັ້ງໜຶ່ງທີ່ຈັດຂຶ້ນໃນໄລຍະທີ່ການພົວພັນສອງປະເທດເກີດມີ ການປ່ຽນແປງ. ສອງຝ່າຍມີຜົນປະໂຫຍດຫຼາຍກວ່າຂໍ້ຂັດແຍ້ງກັນ, ການຮ່ວມມືເປັນການເລືອກທີ່ຖືກ ຕ້ອງ. ພວນເຮົາຍິນດີປະຕິບັດຕໍ່ອົສຕຼາລີຢ່າງສະເໝີພາບກັນ, ເຈລະຈາກັນຢ່າງຈິງໃຈ, ແກ້ໄຂຄວາມຂັດ ແຍ້ງກັນຢ່າງເໝາະສົມ, ເບິ່ງການພົວພັນສອງຝ່າຍດ້ວຍສາຍຕາທີ່ຮ່ວມມືກັນໄດ້ຮັບຜົນປະໂຫຍດ ຮ່ວມກັນດ ຊຸກຍູ້ໃຫ້ການພົວພັນຈີນ-ອາຊຽນກ້າວໄປໜ້າຢ່າງໜັກແໜ້ນ ເຊິ່ງບໍ່ພຽງແຕ່ຈະມີຜົນດີ ຕໍ່ທັງສອງຝ່າຍທໍ່ນັ້ນ ຍັງຈະສົ່ງຜົນປະໂຫຍດໄປສູ່ທົ່ວໂລກອີກດ້ວຍ.

 

ຄຳ​ເຫັນ

0