覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ອາ​ຊຽນຮ່ວມ​ມື​ກັນ​ມຸ່ງ​ໜ້າ​ສູ່​ປີ 2030

2018-11-15 15:08:57 cri

图片默认标题_fororder_ruishpingsshfsfed1
 

 ກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ​ຄັ້ງ​ທີ 21 ໄດ້​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 14 ພະ​ຈິກ​ນີ້. ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ພ້ອມ​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ປຶກ​ສາ​ຫາ​ລື​ແລະ​ຮັບ​ຮອງ​ເອົາ​ເອ​ກະ​ສານ “ວິ​ໄສ​ທັດ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ 2030”. ຈີນ​ກາຍ​ເປັນ​ປະ​ເທ​ດ​ຄູ່​ເຈ​ລະ​ຈາ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ຮ່ວມ​ກັບ​ອາ​ຊຽນ​ສ້າງ​ແຜນປະ​ຕິ​ບັດ​ງານ​ວິ​ໄສ​ທັດ​ໄລ​ຍະ​ກາງ​ແລະ​ຍາວ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ.


图片默认标题_fororder_ruishpingsshfsfed2
 

 ເອ​ກະ​ສານ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ​ແມ່ນ​ທິດ​ນຳ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ອາ​ຊຽນ​ ຮອດ​ປີ 2025, ສ່ວນ ວິ​ໄສ​ທັດ​ ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນປີ2030 ທີ່​ໄດ້​ຜ່ານ​​ການຮັບ​ຮອງ​​ໃໝ່ໆໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ກຳ​ນົດ​ວິ​ໄສ​ທັດຄູ່​ຮ່ວມ​ຍຸດ​ທະ​ສາດ​ສອງ​ຝ່າຍ​ໄປ​ເຖິງປີ 2030 ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ແລະ​ອາ​ຊຽນ​ໄດ້​ເກາະ​ແຂນ​ກັນ​ອອກ​ເດີນ​ທາງ​ອີກ​ຄັ້ງ​ໃໝ່ຫຼັງ​ຈາກ​ໄດ້​​ເດີນຜ່ານ​ໄລ​ຍະ​ການ​ຮ່ວມ​ມື “ທົດ​ສະ​ວັດ​ຄຳ”ຜ່ານ​ມາ ແລະ “ທົດ​ສະ​ວັດ​ເພັດ​”​ໃນ​ປັດ​ຈຸ​ບັນ. ​ແຫຼ່ງ​ເກີດ​ພະ​ລັງ​ຊຸກ​ດັນ​ໃນ​ການ​ວາງ​ແຜນ​ວິ​ໄສ​ທັດ​ລ້ຳ​ຍຸກ​ຄັ້ງ​ນີ້​ແມ່ນ​ມາ​ຈາກ 3 ດ້ານ​ຄື

ໜຶ່ງ: ສອງ​ຝ່າຍ​ມີ​ຄວາມ​ມຸ້ງ​ຫວັງ​ຮ່ວມ​ແລະ​ເຊື້ອ​ໝັ້ນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ຝ່າຍ​ໃນ​ຕໍ່​ໜ້າ. ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ການ​ຄ້າ​ເປັນ​ພື້ນ​ຖານ​ແຫ່ງ​ການ​ພົວ​ພັນ​ຈີນ-ອາ​ຊຽນ​ທີ່​ໝັ້ນ​ຄົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ທັງ​ເປັນ​ຍ້ອນ​ສອງ​ຝ່າຍ​ມີ​ຄວາມ​ມຸ້ງ​ຫວັງ​ຮ່ວມ​ແລະ​ເຊື່ອ​ໝັ້ນ​ ເຊິ່ງ​ກັນ​ແລະ​ກັນ.

ສອງ: ສອງ​ຝ່າຍ​ມີ​ການ​ກະ​ທຳ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ການ​ຄ້າ​ເສ​ລີ​ແລະ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ໃນ​ເວ​ລາ​​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ປະ​ເທດ​ອາ​ຊຽນ, ຈີນ​ໄດ້​ເນັ້ນຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ທັງ​ຜ່ານ​ຈາກ​ຫຼາຍ​ຊ່ອງ​ທາງ​ເປີດ​ຕະຫຼາດ​ຈີນ​ຕໍ່​ປະ​ເທດ​ອາ​ຊຽນ ແລະ​ຍົກ​ສູງ​ຊື່​ສຽງ​ຂອງ​ສິນ​ຄ້າ​ຈາກ​ປະ​ເທດ​ອາ​ຊຽນ.

ສາມ: ສອງ​ຝ່າຍ​ມີ​ຄວາມ​ໝັ້ນ​ໃຈ​ອັນເກີດ​ມາ​ຈາກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ນັບ​ແຕ່​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ 15 ປີ​ມາ​ນີ້, ເຖິງວ່າ​​ໃນ​ໄລ​ຍະ​ດັ່ງ​ກ່າວ,ສະ​ຖາ​ນະ​ການ​ໃນ​ສາ​ກົນ​ແລະ​ພາກ​ພື້ນ​ມີ​ການ​ປ່ຽນ​ແປງຢ່າງ​ສັບ​ສົນ​ກໍ​ຕາມ, ແຕ່​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ການ​ສົນ​ທະ​ນາ​ທາງ​ການ​ເມືອງ,ການ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ,ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ອື່ນໆ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ.

 ຈີນ​ແລະ​ອາ​ຊຽນ​ເກາະ​ແຂນ​ກັນ​​ເລັ່ງ​ລັດ​ມຸ້ງ​ໜ້າ​ສູ່​ປີ 2030 ນັ້ນ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ຊຽ​ນ​ມີ​ຄວາມ​​ເຊື່ອໝັ້ນ ​ຕໍ່​ຈີນ​ທີ່​ມີ​ການ​ພັດ​ທະ​ນາ​ຢ່າງ​ຍາວ​ນານ​ແລະ​ການ​ເປີດ​ປະ​ຕູ​ຢ່າງ​ຕໍ່​ເນື່ອງ ທັງ​ຍອມ​ຮັບ ​ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ. ​ຄາດ​ວ່າ,ຮອດ​ປີ 2030, ອາ​ຊຽນ​ຈະ​ກາຍ​ເປັນກຸ່ມ​ເສ​ດ​ຖະ​ກິດ​ໃຫຍ່​ອັນ​ດັບ 4 ຂອງ​ໂລກ. ການ​ທີ່​ສືບ​ຕໍ່​ຮັກ​ສາ​ແລະ​ຍົກ​ລະ​ດັບ​ສາຍ​ພັວ​ພັນ​ມິ​ດ​ຕະ​ພາບ​ຈີນ-ອາ​ຊຽນ ບໍ່​ພຽງ​ແຕ່​ຈະ​ສາ​ມາດ​ເພີ່ມ​ພະ​ລັງ​ແຮງ​ຊຸກ​ດັນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ແລະ​ອາ​ຊຽນ​ຢ່າງ​ຕໍ່​ເນື່ອງ​ເທົ່າ​ນັ້ນ, ຍັງ​ຈະ​ສາ​ມາ​ດ​ເຮັດ​ໃຫ້​ຈີນ​ແລະ​ອາ​ຊຽນ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ​ອີກ​ດ້ວຍ.

ຄຳ​ເຫັນ

0