蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ພາຍໝື່ນກວ່າ​ຄົນ​ເຂົ້າ​ຮ່ວມ​ການ​​ຊ່ວງ​ເຮືອ​ໃນ “ເທດ​ສະ​ການ​ນ້ຳ” ກຳ​ປູ​ເຈຍ

2018-11-15 10:51:11 CRI

ວັນ​ທີ 14 ພະ​ຈິກ​ນີ້, ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ສະຫຼອງ​ບຸນ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ກ່າວ​ວ່າ, ປີ​ນີ້​ມີ​ເຮືອ​ມັງ​ກອນ 298 ລຳ ແລະ ​ສີ​ພາຍ 19.219 ຄົນ​ເຂົ້າ​ຮ່ວມ​ການ​ຊ່ວງ​ເຮືອ ໃນ “ເທດ​ສະ​ການ​ນ້ຳ” ຂອງ​ນະ​ຄອນຫຼວງ​ພະ​ນົມ​ເປັນ ແລະ ເຮືອ​ມັງ​ກອນ​ໃນ​ປີ​ນີ້​ມີຫຼາຍກວ່າ​ປີ​ຜ່ານ​ມາ​ເຖິງ 28 ລຳ.

ປະ​ກາດ​ແຈ້ງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ລະ​ບຸ​ວ່າ, ວັນ​ທີ 21 ຫາ 23 ພະ​ຈິກ​ນີ້​ເປັນ “ເທດ​ສະ​ການ​ນ້ຳ”, ທົ່ວ​ປະ​ເທດ​ພັກວຽກ 3 ມື້, ຄາດ​ວ່າ​ຈະ​ມີ​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽ​ວ​ຕ່າງ​ປະ​ເທດ 2 ລ້ານກວ່າ​ຄົນ​ໄປ​ສະ​ເຫຼີມ​ສະຫຼອງ​ເທດ​ສະ​ການ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ.

ຄຳ​ເຫັນ

0