覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິ​ທີເປີດ​ຈຸດ​ທົດ​ລອງຊຸດ​ຝຶກ​ອົບ​ຮົມ​ເຜີຍ​ແຜ່​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ ສ​ປ​ປ ລາວ 2018

2018-11-15 11:19:20 cri

​ຊຸດ​ຝຶກ​ອົບ​ຮົມ​ເຜີຍ​ແຜ່​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ ສ​ປ​ປ ລາວ 2018 ທີ່​ມີ​ກະ​ຊວງ​ການ​ຄ້າ​ຈີນ​ເປັນ​ເຈົ້າ​ພາບ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແກັ​ສ​ຊີ​ວະ​ພາບ​ກະ​ຊວງ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຈີນ ໄດ້​ຈັດ​ພິ​ທີ​ຈຸດ​ທົດ​ລອງເຜີຍ​ແຜ່​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 14 ພະ​ຈິກ​ນີ້.
 

 ຊຸດ​ຝຶກ​ອົບ​ຮົມ​ເຜີຍ​ແຜ່​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ ສ​ປ​ປ ລາວເປັນ​ໂຄງ​ການ​​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ຝຶກອົບ​ຮົມ​ກໍ່​ສ້າງ​ຊັບ​ຖະ​ຍາ​ກອນ​ມະ​ນຸດຂອງ​ຈີນ ເຊິ່ງ​ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມ​ຢູ່​ລາວ​ມາ​ສອງ​ຊຸດ​ແລ້ວ, ສຳ​ລັບ​ຊຸດ​ຝຶກ​ອົບ​ຮົມ​ຊຸດ​ນີ້​ຈະ​ມີ​ສຳ​ມະ​ນາ​ກອນ 100 ຄົນ​ເຂົ້າ​ຮ່ວມ​.
 

 ແກັ​ສ​ຊີ​ວະ​ພາບ​ເປັນ​ພະ​ລັງ​ງານສະ​ອາດ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ, ດິນ​ຟ້າ​ອາ​ກາດ​ແລະ​ເງື່ອນ​ໄຂ​ດ້ານ​ການ​ລ້ຽງ​ສັດ​ຂອງ​ລາວ​ເໝາະ​​ສົມ​ທີ່​ສຸດ​ໃນ ການ​ພັດ​ທະ​ນາ​ແລະ​ນຳ​ໃຊ້​ແກັ​ສ​ຊີ​ວະ​ພາບ, ຊຸດ​ຝຶກ​ອົບ​ຮົມ​ໄດ້​​ເພີ່ມ​ທະ​ວີ​ການຖ່າຍ​ທອດ​ແລະ​​ແນະ​ນຳ​ການ​ນຳ​ໃຊ້​ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ ເພື່ອ​ເຮັດ​ໃຫ້​ສຳ​ມະ​ນາ​ກອນ​ຮັບ​ຮູ້​ວ່າ ເຕັກ​ນິກ​ແກັ​ສ​ຊີ​ວະ​ພາບ​ບໍ່​ພຽງ​ແຕ່​ສາ​ມາດ​ທົດ​ແທນ​ພະ​ລັງ​ງານ​ສ່ວນ​ໜຶ່ງ​ທີ່​ໃຊ້​ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ ແລະຫຼຸດ​ຜ່ອນ​ການ​ຕັດ​ໄມ້​ທຳ​ລາຍ​ປ່າ​ເທົ່າ​ນັ້ນ, ຍັງ​ສາ​ມາດຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​​ອີກ​ດ້ວຍ.

ຄຳ​ເຫັນ

0