黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິ​ງ ພົບ​ປະ​ກັບ​ຜູ້ນຳ​ປາ​ປົວ​ນິວກີ​ເນ

2018-11-16 16:58:55 CRI

ວັນ​ທີ 16 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ບອບ ດາ​​ແດ ຜູ້​ສຳ​ເລັດ​ລາຊະການ ​ແລະ ທ່ານ​ປີ​ເຕີ ​ໂອ​ເນ​ວ ນາຍົກລັດຖະມົນຕີປາປົວນິວກີ​ເນ ຕາມ​ລຳດັບ ​ໂດຍ​ຜູ້ນຳ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ກັນ​ໃນ​ການ​ສ້າງຕັ້ງສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ ພັດທະນາ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ: ຈີນ​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ສາຍ​ພົວພັນ​ກັບ​ປາ​ປົວ​ນິວກີ​ເນ ຫວັງ​ວ່າການ​ຢ້ຽມຢາມຂອງ​ຂ້າພະ​ເຈົ້າ​ເທື່ອ​ນີ້ຈະ​ມີ​ຜົນ​ດີ​ຕໍ່​ການ​ຍົກ​ລະດັບ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ. ຈີນ​ເດັດດ່ຽວ​ສຸມ​ໃສ່​ການ​ເພີ່​ມທະວີຄວາມ​ສາມັກຄີ​ແລະ​ການ​ຮ່ວມ​ມືກັບປະ​ເທດ​ໝູ່​ເກາະ​ປາຊີ​ຟິກ ລວມທັງ​ປາ​ປົວ​ນິວກີ​ເນ.

ທ່ານ ບອບ ດາ​​ແດ ​ໄດ້​ຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອອັນ​ລ້ຳ​ຄ່າ​ແກ່​ປະ​ເທດ​ຕົນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ສຶກສາ ​ແລະ​ຂົງ​ເຂດ​ອື່ນໆ​ທີ່​ກ່ຽວຂ້ອງ​ກັບ​ການ​ພັດທະນາ​ແຫ່ງ​ຊາດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະ​ເທດ​ຕົນ ທັງ​ໄດ້​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່​ປາ​ປົວ​ນິວກີ​ເນ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ອົງການ​ເອ​ເປັກ ປາ​ປົວ​ນິວກີ​ເນ​ຍິນ​ດີ​ສຸມ​ທຸກ​ຄວາມ​ພະຍາຍ​າມຮ່ວມກັບ​ຈີນ​ເພື່ອ​ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນສູ່​ລະດັບ​ໃໝ່.

ຂະນະ​ທີ່ທ່ານປີ​ເຕີ ​ໂອ​ເນ​ວ ກ່າວ​ວ່າ: ປາ​ປົວ​ນິວກີ​ເນຈະຕັ້ງໜ້າ​ເຂົ້າຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ປາ​ປົວ​ນິວກີ​ເນ​ຕີ​ລາຄາ​ສູງ​ທີ່ຈີນ​ຍຶດໝັ້ນລະບຽບ​ການສາກົນ​ບົນ​ພື້ນຖານ​ກະຕິ​ກາ​ໃນ​ກິດຈະການສາ​ກົນ, ຍິນ​ດີ​ເພີ່ມ​ທະວີ​ການ​ປະສານ​ງານກັບ​ຈີນ ​ແລະ  ສະໜັບສະໜູນການລົງ​ເລິກ​ການ​ສົນທະນາ​ລະຫວ່າງ​ປະ​ເທດ​ໝູ່​ເກາະ​ປາຊີ​ຟິກ-ຈີນ, ​ເຊື່ອ​ໝັ້ນວ່າ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຈະ​ກ້າວ​ເຂົ້າສູ່​ລວງ​ເລິກ​​ແລະ​ພັດທະນາ​​ໃຫ້ໜັກ​ແໜ້ນຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຈະ​​ຊຸກຍູ້​ໃຫ້​ເສດຖະກິດ-ສັງຄົມ​ປາ​ປົວ​ນິວກີ​ເນ​ ພັດທະນາຕື່ມ​ອີກ.

ຄຳ​ເຫັນ

0