覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼີ​ເຄີ້​ສຽງ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ປູ​ຕິນ

2018-11-16 10:18:24 cri

图片默认标题_fororder_lishuisgupsufse1


ຕອນ​ບ່າຍ​ວັນ​ທີ 15 ພະ​ຈິກ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ສູນ​ປະ​ຊຸມ​ແລະ​ວາງ​ສ​ະ​ແດງ​ສິງ​ກະ​ໂປ.
 

ທ່ານຫຼີ​ເຄີ້​ສຽງ ກ່າວ​ວ່າ: ການ​ຮ່​ວ​ມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ຍັງ​ມີ​ຊ່ອງ​ທາງ​ອັນ​ໃຫຍ່ຫຼວງ​ທີ່​ສາ​ມາດ​ເສີມ​ຂະ​ຫຍາຍ​ໄດ້. ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ​ແລະ​ການ​ລົງ​ທຶນ,ພະ​ລັງ​ງານ,ການ​ປະ​ດິດ​ສ້າງໃໝ່,ການ​ທະ​ນາ​ຄານ​ແລະ​ຂົງ​ເຂດ​ອື່ນໆ, ຫຼຸດຜ່ອນ​ ​ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ເຊິ່ງ​ກັນ​ແລະ​ກັນ, ເປີດກວ້າງ​ການ​ຄ້າ​ແລະ​ການ​ລົງ​ທຶນ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ສູງ ເພື່ອ​ເຮັດ​ໃຫ້​ການ​ຮ່ວມ​ມື​ຈີນ-ຣັດ​ເຊຍ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາຊົນ​ສອງ​ຊາດ ​ແລະ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ.
 

 ທ່ານ​ປູ​ຕິນ​ກ່າວ​ວ່າ: ການ​ນຳ​ຂັ້ນ​ສູງ​ຣັດ​ເຊຍ-ຈີນ​ຮັກ​ສາ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ເປັນ​ປະ​ຈຳ​ນັ້ນ​ມີ​ຄວາມ​ສຳ​ຄັນຫຼາຍ, ຕົນ​ຄອງ​ຄອຍ​ທີ່​ຈະ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ອີກ​ຄັ້ງ​ໃໝ່​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ20ປະ​ເທດຫຼື​G20ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບູ​ນົ​ສ​ໄອ​ເຣັດ​ສ ປະ​ເທດ​ອາກ​ຊັງ​ຕີນ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ​ນີ້. ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ໄດ້​ຕົກ​ລົງ​ຮ່ວມ​ກັນ​ແລ້ວ​ນັ້ນ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ, ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ພະ​ລັງ​ງານ,ການ​ບິນ​,ການ​ບິນ​ອະ​ວະ​ກາດ,ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຮ່ວມ​ກັນ,ເສດ​ຖະ​ກິດ​ດີ​ຈີ​ຕອນ​ແລະ​ຂົງ​ເຂດ​ອື່ນໆ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່.

ຄຳ​ເຫັນ

0