覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ຍົກ​ເວັ້ນ​ຄ່າ​ວີ​ຊາ​ກັບ​ດ່ານ​ໃຫ້​ນັກ​ທ່ອງ​ທ່ຽວ​ຊົ່ວ​ຄາວ

2018-11-16 10:21:05 cri

ເມື່ອ​ບໍ່​ດົນ​ມາ​ນີ້, ລັດ​ຖະ​ບານ​ໄທ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ປະ​ກາດ​ວ່າ ນັບ​ແຕ່​ວັນ​ທີ 15 ພະ​ຈິກ 2018 ຫາ​ວັນ​ທີ 13 ກຸມ​ພາ 2019, ​ຈະຍົກ​ເວັ້ນ​ຄ່າ​ວີ​ຊາ​ກັບ​ດ່ານ 2000 ບາດ​ໃຫ້​ນັກ​ທ່ອງ​ທ່ຽວ​ຂອງ 21 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊິ່ງ​ລວມ​ທັງ​ແຜ່ນ​ດິນ​ໃຫຍ່​ຈີນ​ແລະ​ໄຕ້​ຫວັນ​ຈີນ.

 

  ຜູ້​ເດີນ​ທາງ​ໄປ​ໄທ​ທີ່​ຢາກ​ຂໍ​ວີ​ຊາ​ກັບ​ດ່ານ​ຕ້ອງ​ປະ​ກອບ​ເອ​ກະ​ສານ​ຕ່າງໆ​ຄື ໜຶ່ງ: ໜັງ​ສື​ຜ່ານ​ແດນທີ່​ມີ​ກຳ​ນົດ​ຢ່າງ​ໜ້ອຍ 6 ເດືອນ. ສອງ: ຮູບ​​ສີເຄິ່ງ​ຄີງ​ພື້ນ​ຂາວຂະ​ໜາດ4X6 ໜຶ່ງ​ໃບ.ສາມ, ຖື​ເງິນ​ສົດ 10.000ບາດຫຼື​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າ​ເທົ່າ​ກັນ(​ສຳ​ລັບບຸກ​ຄົນ)ຫຼື 20.000ບາດຫຼື​ເງິນ​​ຕາຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າ​ເທົ່າ​ທຽມ​ກັນ(​ສຳ​ລັບຄອບ​ຄົວ), ​ເຈົ້າ​ໜ້າ​ທີ່ຕຳຫຼວດກວດ​ຄົນ​ເຂົ້າ​ເມືອງ​ຈະ​ສຸ່ມກວດຢູ່​ກັບ​ດ່ານ. ສີ່: ປີ້​ເຮືອ​ບິນ​ໄປ​ກັບ​ທີ່​ບໍ່​ກາຍ 15 ວັນ(ຫຼື​ປີ້​​ເຮືອ​ບິນ​ເອ​ເລັກ​ໂຕ​ຣ​ນິກ​ສະ​ບັບ​ຕີ​ພິມ)​ພ້ອມ​ດ້ວຍ​ໃບ​ສັ່ງ​ຈອງ​ໂຮງ​ແຮມ.
 

ວີ​ຊາ​ກັບ​ດ່ານ​ອະ​ນຸ​ຍາດ​ໃຫ້​ພັກ​ເຊົາ​ຢູ່​ໄທ​ເປັນ​ເວ​ລາ 15 ວັນ, ​ເຊິ່ງ​ບໍ່​ສາ​ມາດຕໍ່​ອາ​ຍຸ​ໄດ້​ນອກ​ຈາກ​ສາ​ເຫດ​ພິ​ເສດ​ເຊັ່ນ​ເຈັບ​ເປັນ​ແລະ​ອື່ນໆ.

ຄຳ​ເຫັນ

0