赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ຜູ້​ນຳ​ ປະ​ເທດ​ໝູ່​ເກາະປາ​ຊີ​ຟິກ​ທີ່​ ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ

2018-11-17 12:20:23 cri

图片默认标题_fororder_1123726560_15423791786591n

ຕາມ​ຂ່າວ CRI: ວັນ​ທີ 16 ພະ​ຈິກນີ້ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ພົບ​ປະ​ແບບລວມ​ໝູ່​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ​​ໝູ່ເກາະ ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ທີ່​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ​ຢູ່ນະ​ຄອນ​ຫຼວງ​ປອດ​ໂມ​ເຣ​ສ​ບີ ​ປະ​ເທດ​ປາ​ປົວນິວ​ກີ​ເນ. ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ໝູ່​ເກາະປາ​ຊີ​ຟິກ​ທີ່​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດກັນ​ນັ້ນ​ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ພັດ​ທ​ະ​ນາ​ຮ່ວມ​ກັນ.

ໃນ​ເວ​ລາ​ກ່າວ​ປາ​ໄສ​ໃນ​ການ​ພົບ​ປະ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ບໍ່​ວ່າ​ສະ​ຖາ​ນະ​ການ​ໂລກ​ຈະ​ປ່ຽນ​ແປງ​ແນວ​ໃດກໍ່​ຕາມ​, ຈີນ​ແລະ​ປະ​ເທດ​ປະ​ເທດ​ໝູ່​ເກາະປາ​ຊີ​ຟິກ​ກໍ​ເປັນ​ເພື່ອນ​ທີ່​ດີ​ທີ່​ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ​ແລະ​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ແມ່ນ​ຄູ່​ຮ່ວມ​ທີ່​ດີ​ທີ່​ຮ່ວມ​ກັນ​ພັດ​ທະ​ນາ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ແມ່ນ​ອ້າຍ​ນ້ອງ​ທີ່​ດີ​ແລະ​ສະ​ໜິດ​ສະ​ໜົມ​ກັນ ແລະ​ຕ່າງ​ຮ່ຳ​ຮຽນ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ ປະ​ເທດ​ໝູ່​ເກາະປາ​ຊີ​ຟິກ​ພັດ​ທະ​ນາ​ໄປ​ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ມາດ​ຕະ​ການ​ລະ​ອຽດ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຄື: ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດໝູ່​ເກາະ​ຈັດ​​ກອງ​ປະ​ຊຸມເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທ​ະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ-ປະ​ເທດໝູ່​ເກາະມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຄັ້ງ​ທີ 3 ໃນ​ທ້າຍ​ປີ 2019. ສອງ​ຝ່າຍ​ຄວນ​ຖື​ການ​ເຊັນ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ເປັນ​ໂອ​ກາດ​ທີ່​ດີ, ລົງ​ເລິກ​ການ​ຮ່ວມ​ມື​ທີ່ແທ້​ຈິງ, ​ສ້າງຄວາມ​ສະ​ດວກ​​ທາງການ​ຄ້າຫຼາຍ​ຂຶ້ນ, ຈັດ​ກິດ​ຈະ​ກຳ​ຕ່າງໆ​ກ່ຽວ​ກັບ​ປີ​ທ່ອງ​ທ່ຽວ​ຈີນ-ປະ​ເທດໝູ່​ເກາະ​​ປາ​ຊີ​ຟິກ 2019 ໃຫ້​ດີ, ສະ​ໜັບສະ​​ໜູນ​ການ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ການ​ສ້າງ​​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ໝູ່​ເກາະ​ເຫຼົ່າ​ນີ້. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ເກາະ​ດອນ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ລະ​ບຽບ​ການ​ຄ້າ​ເສ​ລີ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ​ແລະ​ປະ​ສານ​ງານ​ໃນ​ວຽກ​ງານ​ສາ​ກົນ, ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງ 2030, ສະ​ໜັບ​ສະ​ໜູນ​ປະ​ເທດ​ໝູ່​ເກາະ​ຕ່າງໆ​ໃນ​ການຊຸກ​ຍູ້​ຂໍ້​ລິ​ເລີ່ມມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ສີ​ຄາມ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ປາ​ລີ​ຢ່າງ​ບັງ​ເກີດ​ຜົນ, ຊຸກ​ຍູ້​ໃຫ້​ທົ່ວ​ໂລກ​ພັດ​ທະ​ນາ​ແບບ​ຍືນ​ຍົງ ສີ​ຂຽວ​ແລະ​​ກາກບ​ອນ​ຕ່ຳ.

ຜູ້​ນຳ​ບັນ​ດາ​ປະ​ເທດ​ໝູ່​ເກາະມະ​ຫາ​ສະ​ໝຸນດ​ປາ​ຊີ​ຟິກ​ກ່າວ​ວ່າ, ບັນ​ດາ​ປະ​ເທດໝູ່​ເກາະມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ທະ​ນຸຖະ​​ໜອມ​ກາ​ນ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ຈີນ, ຍຶດ​ໝັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ, ຂອບ​ໃຈ​ຈີນ​ທີ່ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ບໍ່​ຕິດ​ຫ້ອຍ​ເງື່ອນ​ໄຂ​ການ​ເມືອງ​ແຕ່​ຢ່າງ​ໃດ​ໃນ​ເວ​ລາ​ດົນ​ນານ​ມານີ້, ແລະ​ຮູ້​ສຶກ​ປິດ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ການ​ພົວ​ພັນ​ສອງ​ຝ່າຍ​ໄດ້​ຍົກ​ລະ​ດັບ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ເ​ຄົ​າ​ລົບ​ກັນ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ, ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ຮ່ວມ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ການ​ປະ​ມົງ, ການ​ທ່ອງ​ທ່ຽວ ແລະການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຕົນ.
 

ຄຳ​ເຫັນ

0