曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນຜະລິດຕະກຳວິທະຍາສາດເຕັກນິກສູງໄທຂອງສະຖາບັນວິທະຍາສາດຈີນໄດ້ເປີດປ້າຍຢູ່ໄທ

2018-11-17 14:55:23 cri

ວັນ​ທີ16 ພະ​ຈິກ​ນີ້, ຢູ່​ນະ​ຄອນ​ຫຼວງ​ບາງກອ​ກ​ຂອງ​ໄທ, ​ສູນຜະ​ລິດ​ຕະ​ກຳ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ​ໄທ​ຂອງ​ສະ​​ຖາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ທີ່​ສ້າງ​ໂດຍ​ສູນ​ຮ່ວມ​ມື​ປະ​ດິດ​ສ້າງ​ໃໝ່​ບາງກອກ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ຮ່ວມ​ກັບ​ບໍ​ລິ​ສັດ​ການ​ລົງ​ທຶນ​​ເຂດຜະ​ລິດ​ຕະ​ກຳ​ໄທ​ຈີນ​​ຈຳ​ກັດໄດ້​ຈັດ​ພິ​ທີ​ເປີດ​ປ້າຍ.

ທ່ານ​ຈ່ຽງ​ປ່ຽວ ຫົວ​ໜ້າ​ສູນ​ຮ່ວມ​ມື​ປະ​ດິດ​ສ້າງໃໝ່​ບາງກອກ​ຂອງ​ສະ​​ຖາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​​ໃຫ້​ຮູ້​ວ່າ, ​ສູນ​ດັ່ງ​ກ່າວ​ອາ​ໄສ​ການ​ຮ່ວມ​ມື​ຂອງ​ຫຼາຍ​ຝ່າຍ, ຈະ​​ນຳ​ເອົາ​ເຕັກ​ນິກ​ສູງ​ໃໝ່​ຕ່າງໆ​ຄືການ​ປິ່ນ​ປົວ​ສະ​ໄໝ​ປັດ​ຈຸ​ບັນ, ເຕັກ​ນິກ​ດາວ​ທຽມ, ຕົວ​ເມືອງ​​ອັດ​ສະ​ລິ​ຍະ​ເປັນ​ຕົ້ນ​ເຂົ້າ​ສູ່​ປະ​ເທດ​ໄທ, ​ແລ້ວ​ຊຸກ​ຍູ້ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​​ທົ່ວ​ພາກ​ພື້ນ​ອາ​ຊຽນ.

​ຂ່າວ​ແຈ້ງ​ຕື່ມ​ວ່າ, ​ສູນ​ແຫ່ງ​ນີ້​ຈະ​ຕັ້ງ​ຢູ່​ຈັງ​ຫວັດ​ຣະ​ຢອງ, ​ຢູ່ໃນ​​ແລວເສດ​ຖະ​ກິດ​ພາກຕາ​ເວັນ​ອອກ​ຂອງ​ໄທ. ປັດ​ຈຸ​ບັນ, ​ແລວ​ເສດ​ຖະ​ກິດ​​ພາກ​ຕາ​ເວັນ​ອອກ​ພວ​ມ​ນຳ​ເຂົ້າ​ຜະ​ລິດ​ຕະ​ກຳ​ຕ່າງໆ​ຄື ກະ​ສິ​ກຳ​ສະ​ໄໝ​ປັດ​ຈຸ​ລັນ, ເຕັກ​ນິກ​ຊີ​ວະ​ພາບ, ພະ​ລັງ​ງານ​ຊີ​ວະ​ພາບ, ເຕັກ​ນິກ​​ເອ​ເລັກ​ໂຕຼນິກ, ມະ​ນຸດ​​ກົນ​ອັດ​ສະ​ລິ​ຍະ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ປິ່​ນ​ປົວ​ເປັນ​ຕົ້ນ, ຫວັງ​ໃຫ້​ຊຸກ​ຍູ້​ການ​ຍົກ​ລະ​ດັບ​ຜະ​ລິດ​ຕະ​ກຳ​ຂອງ​ໄທ, ຊຸກ​ຍູ້​ໃຫ້​ໄທ​ກາຍ​ເປັນ​ສູນ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ພ​າກ​ພື້ນ​ອາ​ຊຽນ​ໂດຍ​ຜ່ານ​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ.

ຄຳ​ເຫັນ

0