吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຕູ​ເດີ​ເດກ່າວວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ສີຈິ້ນຜີງ​ສາ​ມາດເຮັດ​ໃຫ້​ຟິ​ລິບ​ປິນ​ມີ​ຄວາມພາກ​ພູ​ມ​ໃຈ​ທີ່​ວ່າ​ຟິ​ລິບ​ປິນ​ເປັນ​​ເພື່ອນ​ມິດຂອງຈີນ

2018-11-18 17:53:27 CRI

     ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານໂລດ​ຣີ​ໂກ ຕູ​ເດີ​ເດ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິ​ບ​ປິນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຟິ​ລິບ​ປິນທາງ​ລັດ​ຖະ​ກິດ​ເປັນເທື່ອ​ທຳ​ອິດ, ນີ້​ກໍ່​ແມ່ນ​ປະ​ມຸກ​ລັດ​ຈີນ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ທາງ​ລັດ​ຖະ​ກິດ​ເທື່ອ​ທຳ​ອິດ​ໃນ​ຮອບ 13 ປີ​ມາ​ນີ້.  ຫວ່າງ​ມໍ່ໆ​ນີ້, ທ່ານ​ຕູ​ເດີ​ເດ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຈີນ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ, ​ໂດຍ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຟິ​ລິບ​ປິນ​ກັບ​ຈີນ.
      ເມື່ອ​ເວົ້າ​ເຖິງວາ​ລະ​ວາ​ວຽກ​ການ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ຂອງ​ທ່ານ​​ສີ​ຈິ້ນ​ຜີງ​ເທື່ອ​ນີ້, ທ່ານ​ຕູ​ເດີ​ເດ​ກ່າວ​ວ່າ, “ທີ່​ຈິງ​ແລ້ວ, ທ່ານ​ປະ​ທານ​​ສີ​ຈິ້ນ​ຜິງຢ້ຽມ​ຢາມ​ຟິ​ລິບ​ປິນ​ໃນ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຂ້າ​ພະ​ເຈົ້າ ​ສາ​ມາດເຮັດ​ໃຫ້​​ພວກ​ເຮົາ​ເວົ້າ​ດ້ວຍ​ຄວາມພາກ​ພູມ​ໃຈ​ວ່າ​ຟິ​ລິບ​ປິນເປັນ​ເພື່ອນ​ມິດ​ຂອງ​ຈີນ”.
     ທ່ານ​ຕູ​ເດີ​ເດ​ກ່າວ​ວ່າ, ນັບ​ແຕ່ທ່ານ​ໄດ້ດຳ​ລົງ​ຕຳ​​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ຟິ​ລິບ​ປິນ ກັບ ຈີນ​ໄດ້​ຮັບ​ການ​​ຟື້ນ​ຟູ ແລະ ປັບ​ປຸງດີ​ຂຶ້ນ. ທ່ານ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເທື່ອ​ນີ້​ຍ່ອມ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຄຳ​ເຫັນ

0