尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາ​ລະ​ຄະ​ດີ​ໂທ​ລະ​ພາບ​ເລື່ອງ “ພວກ​ເຮົາຢູ່​ນຳ​ກັນ​ໃນ​ປີ​ຜ່ານ​ມາ--ເປັນ​ການ​ເຄົາ​ລົບ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ” ເລີ່ມ​ອອກ​ອາ​ກາດ​ຢູ່ CCTV

2018-12-03 16:50:13 cri

ສາ​ລະ​ຄະ​ດີ​ໂທ​ລະ​ພາບ​ເລື່ອງ “ພວກ​ເຮົາຢູ່​ນຳ​ກັນ​ໃນ​ປີ​ຜ່ານ​ມາ--ເປັນ​ການ​ເຄົາ​ລົບ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ” ທີ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ສະ​ຖາ​ນີ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຮ່ວມ​ມື​ຜະ​ລິດ​ທີ່​ມີ 18 ຕອນ​ຈະ​ເລີ່ມ​ອອກ​ອາ​ກາດ​ຢູ່​ຊ່ອງ​ CCTV-1 ແຕ່​ວັນ​ທີ 2 ທັນ​ວາ​ນີ້​ເປັນ​ຕົ້ນ​ໄປ​ເຊິ່ງຈະ​ອອກ​ອາ​ກາດ​ມື້​ລະ​ສອງ​ຕອນ. ສາ​ລະ​ຄະ​ດີ​ດັ່ງ​ກ່າວ​ແມ່ນ​ອີງ​ຕາມ​ຜົນ​ສຳ​ເລັດ​,ການ​ປະ​ຕິ​ຮູບ​ແລະ​ການ​ປ່ຽນ​ແປງ​ທາງ​ປະ​ຫວັດ​ສາດ​ທີ່​ໄດ້​ຮັບ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ 40 ປີ​ຜ່ານ​ມາ,ໄດ້​ພັນ​ລະ​ນາ​ເຖິງ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ,ສະ​ແດງ​ໃຫ້​ເຫັນ​ພຶດ​ຕິ​ກຳ​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ ທື່ມໃນ 40 ປີ​ຜ່ານ​ມາ.
 

ຂ່າວ​ແຈ້ງວ່າ: ​ສາ​ລະ​ຄະ​ດີ​ດັ່ງ​ກ່າວ​ມີ​ເນື້ອ​ໃນການ​ປະ​ຕິ​ຮູບ​ທີ່​ດີ​ເດັ່ນ 107 ເລື່ອງ,ໜ່ວຍ​ງານ​ຖ່າຍ​ທຳ​ໄດ້​ສຳ​ພາດ​ຜູ້​ມີ​ປະ​ສົບ​ການ,ຜູ້​ເຂົ້າ​ຮ່ວມ,ຜູ້​ເປັນ​ພິ​ຍານ​ການ​ປະ​ຕິ​ຮູບ 183 ທ່ານ,ຍັງ​ໄດ້​ຄົ້ນ​ຄວ້າ​ຕຳ​ລາ​ປະ​ຫວັດ​ສາດ​ຈຳ​ນວນ​ຫຼວງ​ຫຼາຍ,ໄດ້​ໃຊ້​ເພງ,ຮູບ​ເງົາແລະ​ໂທ​ລະ​ພາບ​ໃນ​ທຸກ​ຍຸກ​ສະ​ໄໝໃນ 40 ປີ​ຜ່ານ​ມາ​ຕັດ​ຕໍ່​ເຂົ້າ​ກັນ​ເພື່ອບັນ​ລະ​ຍາຍ​ການ​ປະ​ຕິ​ຮູບ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ, ແລະ​ຫວນ​ຄືນຄວາມ​ຊົງ​ຈຳ​ຮ່ວມ​ກັນ​ຂອງ​ຜູ້​ຊົມ.

ຄຳ​ເຫັນ

0