黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະດີດ​ການ​ນຳ​ຂັ້ນສູງຮ້ອຍ​ທ່ານຂອງ​ພັກ​ກູ້​ຊາດ​ກຳປູ​ເຈຍ​ອາດ​ຈະ​​ໄດ້​ຮັບການ​ອະນຸຍາດ​ໃຫ້ກັບ​ຄືນ​ສູ່​ເວທີ​ການ​ເມືອງ​

2018-12-04 11:06:02 CRI

ທ່ານ​ເລງ​ເປ​ງລອງ ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 3 ທັນວາ​ນີ້ ​ໂດຍ​ໄດ້​ປະກາດ​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ດັດ​ແກ້ “ກົດໝາຍ​ວ່າ​ດ້ວຍ​ພັກ​ການ​ເມືອງ” ​ແລະ ອາດ​ຈະ​ອະນຸຍາດ​ໃຫ້ອະດີດ​ການ​ນຳ​ຂັ້ນສູງ 118 ທ່ານ​ຂອງ​ພັກ​ກູ້​ຊາດ​ກັບ​ຄືນ​ສູ່​ເວທີ​ການ​ເມືອງ​ອີກ.

ທ່ານ​ເລງ​​ເປ​ງລອງ ກ່າວ​ວ່າ: ​ໃນ​ວັນ​ດັ່ງກ່າວ, ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ປະຊາຊົນ 87 ທ່ານ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ໜັງສືຮ້ອງ​ຂໍ​ສະບັບ​ໜຶ່ງ ​ໂດຍ​ຮຽກຮ້ອງ​ໃຫ້​ດັດ​​​ແປງ​ເນື້ອ​ໃນ​ຂອງ​ມາດຕາ​ທີ 45 ທີ່​ລະບຸ​ໄວ້​ໃນ “ກົດໝາຍ​ວ່າ​ດ້ວຍ​ພັກ​ການ​ເມືອງ” ​ໃຫ້​ປ່ຽນ​ເປັນ “ນັກ​ການ​ເມືອງ​ທີ່​​ໄດ້ຖືກ​ຫ້າ​ມບໍ່​ໃຫ້​ເຂົ້າຮ່ວມ​ການ​ປຶກສາຫາລື​ທາງ​ການ​ເມືອງ​ນັ້ນສາມາດ​​ໄດ້​ສິດ​ເຂົ້າຮ່ວມ​ອີກຄັ້ງຫຼັງຈາກໝົດ​ອາຍຸ​ການຂອງ​ສານ​ສູງ​ສຸດຫ້າມ​ໄວ້ ຫຼື ຮ້ອງ​ຂໍ​ໂດຍ​ລັດຖະມົນຕີ​ກະຊວງ​ພາຍ​ໃນແລະສະ​ເໜີ​ໂດຍ​ນາຍົກລັດຖະມົນຕີ ​ແລະ ​ໄດ້​ຮັບ​ການນີລະ​ໂທດ​ເປັນ​ກໍລະນີ​ພິ​ເສດ​ຈາກ​ເຈົ້າຊີວິດ.

ທ່ານ​ເ​ລງ​ເປ​ງລອງ ກ່າວ​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ໄຂ​ກອງ​ປະຊຸມ​ໃນ​ໄວໆ​ນີ້ ​ເພື່ອ​ພິຈາລະນາ​ຄົ້ນຄວ້າ​ຂໍ້​ສະ​ເໜີດັ່ງກ່າວ.

ຄຳ​ເຫັນ

0