尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

PMI ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂອງ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ 4 ເດືອນ​ລຽນ​ຕິດ

2018-12-04 11:23:00 cri

ບໍ​ລິ​ສັດ HIS Markit ທີ່​ເປັນ​ບໍ​ລິ​ສັດ​ຂໍ້​ມູນ​ຂອງ​ໂລກໄດ້​ເປີດ​ເຜີຍ​ຕົວ​ເລກ​ດັດ​ຊະ​ນີ​ຜູ້​ຈັດ​ການ​ຝ່າຍ​ຈັດ​ຊື້​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຫຼື PMI ໃນ​ວັນ​ທີ 3 ທັນ​ວາ​ນີ້ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: PMI ຂອງ​ຟີ​ລິບ​ປິນ​ໄດ້ເພີ່ມ​​ຈາກ 54 ໃນ​ເດືອນ​ຕຸ​ລາ​ຂຶ້ນ​ເປັນ 54,2 ໃນ​ເດືອນ​ພະ​ຈິ​ກ​ປີ​ນີ້, ​ເຊິ່ງ​ເປັນສະ​ຖິ​ຕິ​ສູງ​ສຸດ​ໃນ 23 ເດືອນ​ຜ່ານ​ມາ. ນີ້​​ແມ່ນ​ PMI ຂອງອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຟີ​ລິບ​ປິນສາ​ມາດ​ຮັກ​ສາ​ທ່າ​ອ່ຽງ​ແຫ່ງ​ການ​ເຕີບ​ໂຕ​ເປັນ​ເດືອນ​ທີ 4.
 

ທ່ານ ເດ​ວິດ ໂອ​ເວນ ນັກ​ເສດ​ຖະ​ສາດ HIS Markit ກ່າວ​ວ່າ: ເຖິງວ່າ​ປະ​ລິ​ມານ​ໃບສັ່ງ​ຊື້​ສິນ​ຄ້າ​ສົ່ງ​ອອກ​ໃໝ່​ຂອງ​ຟີ​ລິບ​ປິນ​ໃນ​ເດືອນ​ພະ​ຈິກ​ໄດ້​ຫຼຸດ​ລົງ​​ໄວ​ກວ່າ​ໝູ່​ໃນ 3 ປີ​ຜ່ານ​ມາກໍ​ຕາມ, ແຕ່​ຄວາມ​ຕ້ອງ​ການ​ພາຍ​ໃນ​ທີ່​ເຂັ້ມ​ແຂງ​ຂອງ​ຟີ​ລິບ​ປິນ​ກໍ່​ສາ​ມາດ​ກຳ​ຈັດ​ຜົນ​ກະ​ທົບ​ຈາກ​ການ​ສົ່ງ​ອອກ​ທີ່​ຕ່ຳ​ລົງນັ້ນ​ໄດ້. ບົດ​ວິ​​ເຄາະຂອງ​ທ່ານ​ເດ​ວິດ ໂອ​ເວນ ຊີ້​ວ່າ: ຖ້າ​​ວ່າກາ​ນ​ຄ້າ​ຂອງ​ໂລກ​ຊ້າ​ລົງ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ກາ​ນ​ສົ່ງ​ອອກ​ຢ່າງ​ຕໍ່​ເນື່ອງ,ອາດ​ຈະ​ສາ​ມາດສະ​ກັດ​ກັ້ນ​ການ​ເຕີບ​ໂຕ​ຂອງ​ການ​ຜະ​ລິດ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຟີ​ລິບ​ປິນ​ໃນ​ປີ 2019.
 

ຜົນ​ການສຳ​ຫຼວດຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ຂອງ​ຟີ​ລິບ​ປິນ​ເຫັນ​ວ່າຈັງ​ຫວະ​ການ​ຂຶ້ນລາ​ຄາ​ວັດສະ​ດຸການ​ຜະ​ລິດ​ໃນ​ເດືອນ​ພະ​ຈິກ​ໄດ້​ຊ້າ​ລົງ,ແຕ່ຄາດ​ວ່າ​ລາ​ຄາ​ຜະ​ລິດ​ຕະ​ພັນ​ຈະ​ຮັກ​ສາ​ຢູ່​ໃນ​ລະ​ດັບ​ທີ່ໝັ້ນ​ທ່ຽງ​ໃນ​ປີ​ນີ້; ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ອາ​ກອນ​ສະ​ບັບ​ໃໝ່​ກໍ​ຄື​ອັດ​ຕາ​ການ​ແລກ​ປ່ຽນ​ສະ​ກຸນ​ເງິນ​ເປ​ໂ​ຊ​ກັບ​ໂດ​ລາ​ສະ​ຫະ​ລັດ​​ສາ​ມາດ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໄດ້.

ຄຳ​ເຫັນ

0