吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ໂຣມ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໄດ້​ຈັດການ​ສົນທະນາລະຫວ່າງ​ອາຊີ ​ແລະ​ເອີຣົບ​ເພື່ອຊຸກຍູ້​ໂລກາ​ພິ​ວັດ

2018-12-06 17:09:57 CRI

ວັນ​ທີ 5 ທັນວາ​ນີ້, ​ໃນ​ກອງ​ປະຊຸມ​ໂຣມຂອງ​ເວທີ​ປຶກສາຫາລື​ອາຊີ​ໂປ​ອາວ, ​ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະບານທີ່​ສຳຄັນ ​ແລະບຸກຄົນ​ໃນວົງ​ການ​ທຸລະ​ກິດ​ອາຊີ ​ແລະ​ສະຫະພາບ​ເອີຣົບຫຼາຍ​ທ່ານ​ໄດ້ຮ່ວມ​ກັນ​ສົນທະນາ​ກ່ຽວ​ກັບການ​ຊຸກຍູ້​ໂລກາ​ພິວັດ​ພາຍ​ໃຕ້​ສິ່ງ​ທ້າ​ທາຍຈາກ “ການ​ຕ້ານໂລກາ​ພິວັດ” ​ໃນ​ປັດຈຸບັນ, ​ແລະ​​ໄດ້​ປະກອບ​ຄຳ​ເຫັນ​ຕໍ່​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ອາຊີ-​ເອີຣົບ.

ທ່ານ​ໂຈ່​ວສຽວ​ສ່ວນ ຮອງ​ເລຂາທິການ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ, ຮອງ​ປະທານສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 12 ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ເປີດ​ວ່າ: ​ໃນ​​ເງື່ອນ​ໄຂໂລກາ​ພິວັດ, ບໍ່​ມີ​ປະ​ເທດ​ໃດ​ສາມາດ​ບັນລຸ​ການ​ພັດທະນາດ້ວຍ​ຕົນ​ເອງ​ໂດຍ​ປາສະຈາກ​ໂລກ, ຄວນ​ພະຍາຍາມ​ປັບປຸງ​ການ​ພົວພັນ​ອາຊີ-​ເອີຣົບ, ​ແກ້​ໄຂ ຫຼື ​ໂຈະ​ຂໍ້​ຂັດ​ແຍ້​ງ​ໄວ້​ກ່ອນ, ຂະນະ​ດຽວ​ກັນກໍ​ຄວນຊອກ​ຫາ​ຈຸດ​ຮ່ວມ​ເພື່ອ​ບັນລຸ​ການ​ຮ່ວມ​ມື​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ໂຣມາ​ໂນ ​ໂປຣດີ ອະດີດ​ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ແລະ​ກ່າວວ່າ: ​ໂລກາ​ພິວັດ​ເປັນ​ຂະ​ບວນການທີ່​ບໍ່​ອາດ​ປິ້ນຄືນ​ໄດ້. ຂໍ້​ລິ​​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ທີ່ຈີນ​ສະ​ເໜີ​ອອກ​ນັ້ນ, ​​ບໍ່​ຄວນ​ເປັນ​ແຕ່​ຂອງ​ຈີນ​ເທົ່າ​ນັ້ນ. ຢູ່​ຕໍ່ໜ້າ​ກາລະ​ໂອກາດ​ໃໝ່, ຈີນ-​ເອີຣົບ ​ແລະ​ຈີນ-ອີ​ຕາ​ລີ​ຄວນ​ຮ່ວມ​ກັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.

ຄຳ​ເຫັນ

0