尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ​ກ່າ​ວປະ​ທ້ວງ​ເຊິ່ງ​ກັນ​ແລະ​ກັນ​ທີ່​ລ່ວງ​ລ້ຳ​ອະ​ທິ​ປະ​ໄ​ຕ​ເໜືອນ່ານ​ນ້ຳແລະ​ນ່ານ​ຟ້າ

2018-12-06 12:07:26 cri

ສື່ມວ​ນ​ຊົນ​ມາ​ເລ​ເຊຍ​ລາຍ​ງານ​ວ່າ: ວັນ​ທີ 4 ທັນ​ວາ​ນີ້, ລັດ​ຖະ​ບານ​ສິງ​ກະ​ໂປໄດ້​ກ່າວ​ປະ​ທ້ວງ​ເຮືອ​ຂອງ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ​ຂອງ​ມາ​ເລ​ເຊຍ​ໄດ້ລ່ວງ​ລະ​ເມີດ​ເຂົ້າ​ເຂດ​ທະ​ເລ​ສິງ​ກະ​ໂປ​ຫຼາຍ​ເທື່​ອ​ພາຍ​ໃນ 2 ອາ​ທິດ​ຜ່ານ​ມາ,ແລະ​ໄດ້ປະ​ທ້ວງ​ຕໍ່​ເລື່ອງ​ນີ້.
 

ທ່ານ ມາ​ຮາ​ເທຍ ບິນ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 5 ທັນ​ວາ​ນີ້​ວ່າ: ລັດ​ຖະ​ບານ​ມາ​ເລ​ເຊຍ​ຈະ​ດຳ​ເນີນ​ການ​ສືບ​ສວນ​ກ່ຽວ​ກັບ​ເລື່ອງ​ນີ້,ເພື່ອ​ຢືນ​ຢັນ​ວ່າ​ເຮືອ​ຂອງ​ປະ​ເທດ​ຕົນ​ໄດ້​ລ່ວງ​ລ້ຳ​ນ່ານ​ນ້ຳ​ທະ​ເລ​ຂອງ​ສິງ​ກະ​ໂປດ​ແທ້​ຫຼື​ບໍ່. ແຕ່​ວ່າ: ທ່ານ ມາ​ຮາ​ເທຍ ບິນ ໂມ​ຮາ​ມັດ ຍັງ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ທ່າ​ນ​ເຫັນ​ວ່າ​ເຮືອ​ຂອງ​ປະ​ເທດ​ຕົນ​ບໍ່​ໄດ້​​ລ່ວງຂ້າມ​ຊາຍ​ແດນ, “ເຮືອ​ຂອງ​ຕົນ​ຍັງ​ຢູ່​ເຂດ​ທະ​ເລ​ຂອງ​ມາ​ເລ​ເຊຍ”.
 

ເຖິງວ່າ​ໃນ​ຫຼາຍ​ມື້​ຜ່ານ​ມາ ສອງ​ປະ​ເທດ​ໄດ້​ກ່າວ​ປະ​ທ້ວງ​ເຊິ່ງ​ກັນ​ແລະ​ກັນ​ທີ່​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ເໜືອ​ນ່ານ​ຟ້າ​ແລະ​ນ່ານ​ນ້ຳ​ທະ​ເລ​ກໍ່​ຕາມ,ແຕ່​ທ່ານ ອັນ​ໂຕ​ນີ ລອກ​ຊີວ ຟຸກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ກ່າວ​ວ່າ: ມາ​ເລ​ເຊຍ​ບໍ່​ມີ​ເຈດ​ຕະ​ນາ​ເປັນ​ປໍ​ລະ​ປັກກັບ​ສິງ​ກະ​ໂປ; ທ່ານ ກໍ​ບຸນ​ວັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ວາງ​ແຜນ​ເອ​ກະ​ພາບ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ສິງ​ກະ​ໂປ​ກໍ່​ກ່າວ​ວ່າ,ທ່ານຫວັງ​ໃຫ້​ຄວາມ​ຂັດ​ແຍ້ງ​ທີ່​ກ່ຽວ​ຂ້ອງ​ຈະ​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ສາຍ​ພົວ​ພັນ​ລະ​ຫວ່າງ​ສິງ​ກະ​ໂປ-ມາ​ເລ​ເຊຍ.

ຄຳ​ເຫັນ

0