尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ຕັ້ງ​ສູນ​ຮ່ວມ​ມື​ຂະ​ແໜງ​ການ​ບໍ​ລິ​ການວິ​ທະ​ຍາ​ສາດ​ເຕັກ​ນິກ​ອາ​ຊີ​ໃຕ້​ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄຸນ​ໝິງ​ຈີນ

2018-12-06 16:07:52 cri

ສູນ​ຮ່ວມ​ມື​ຂະ​ແໜງ​ການ​ບໍ​ລິ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອາ​ຊີ​ໃຕ້​ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄຸນ​ໝິງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ໃນ​ວັນ​ທີ 5 ທັນ​ວາ​ນີ້. ໂດຍ​ສຸມ​ໃສ່​ສ້າງ​ເວ​ທີ​ຕ່າງໆ,ເພື່ອ​ສ້າງ​ເປັນ​ເວ​ທີ​ຫັນ​ປ່ຽນ​ເຕັກ​ນິກ​ວິ​ທະ​ຍາ​ສາດ​ເປັນ​ຜົນ​ຜະ​ລິດ​ຈິງ​ແລະ​ການ​ຮ່ວມ​ມື​ແລກ​ປ່ຽນ​ທາງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສາ​ກົນ​ທີ່​ມີ​ສີ​ສັນ​ພິ​ເສດ​​ໃນການປະ​ດິດ​ສ້າງ​ໃໝ່ຄຸນ​ມິງ​ມຸ້ງ​ໜ້າ​ສູ່ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
 

ປັດ​ຈຸ​ບັນ,ສູນ​ດັ່ງ​ກ່າວ​ໄດ້​ສ້າງ​ເປັນ​ລະ​ບົບ​ບໍ​ລິ​ການ​ຄົບ​ວົງ​ຈອນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໂດຍ​ຖື​ເອົາຂະ​ແໜງ​ການ​ບໍ​ລິ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເປັນ​ຈຸດສຳ​ຄັນ​ແລະ​​ຖື​ເອົາວິ​ທະ​ຍາ​ສາດ​ເຕັກ​ນິກ​ດ້ານ​ການ​ເງິນ​ເປັນ​ສິ່ງ​ຄ້ຳ​ຊູ,ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຫຼາຍກວ່າ 50 ແຫ່ງ​ເຂົ້າ​ໄປ​ປະ​ຈຳການ​ໃນ​ສູນ.
 

ໃນ​ຂັ້ນ​ຕອນ​ຕໍ່​ໄປ, ສູນ​ດັ່ງ​ກ່າວ​ຍັງ​ຈະ​ເພີ່ມ​ກາ​ນ​ກໍ່​ສ້າງ​ຢ່າງ​ຕໍ່​ເນື່ອງ,ດຶງ​ດູດ​ອົງ​ກອນ​ດ້ານ​ບໍ​ລິ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຕ່າງ​ປະ​ເທດ​ຢ່າງ​ຕັ້ງ​ໜ້າ. ຮອດປີ 2020, ສູນ​ດັ່ງ​ກ່າວ​ຈະ​ສາ​ມາດ​ແລກ​ປ່ຽນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກັບ​ປະ​ເທດ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ; ສ້າງ​ເປັນ​ລະ​ບົບ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກທີ່​ມີ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ຄຸນ​ມິງ​ແລະ​ສ້າງ​ເປັນ​ໂຄງ​ຮ່າງ​ສູນ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສາ​ກົນ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0