吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສ້າງ “ລັດທິ​ຫຼາຍ​ຝ່າຍ​ຄືນໃໝ່” ຮ່ວມ​ກັນ

2018-12-06 17:10:30 CRI

ວັນ​ທີ 4 ທັນວາ​ນີ້, ທ່ານນາງ​​ຄຣີສຕິນ ລາ​ກາດ ຜູ້ອຳນວຍການອົງການ​ກອງ​ທຶນ​ເງິນ​ຕາ​ສາກົນ (IMF) ກ່າວວ່າ: ປັດຈຸບັນ​ນີ້, ສະຖານະ​ການ​ຂອງ​ໂລກ​ໄດ້​ຜົນ​ແປ​ໄປ​ຢ່າງ​ສັບສົນ, ບັນດາ​ປະ​ເທດ​ຄວນ​ມີ​ແນວ​ຄວາມ​ຄິດ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ສາກົນ​ໃນ​ສະຕະວັດທີ​ 21, ສ້າງ “ລັດທິ​ຫຼາຍ​ຝ່າຍ​ຄືນໃໝ່” ຮ່ວມ​ກັນ.

ທ່ານ​ນາງລາ​ກາດ​ກ່າວ​ວ່າ: ປັດຈຸບັນ​ນີ້, ສະຖາ​ນະການ​ໂລກ​ໄດ້​ປ່ຽນ​​ແປງຫຼາຍ, ຕົວຢ່າງ​: ກຳລັງດ້ານ​ເສດຖະກິດ​ຫັນປ່ຽນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ສູ່ຝ່າຍ​ຕາ​ເວັນ​ອອກ ​ແລະ​ອື່ນໆ. ທ່ານຮຽກຮ້​ອງ​ໃຫ້ບັນດາ​ປະ​ເທດພິຈາລະນາ​ຄືນ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ກັນສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ສັນຕິພາບ ​ແລະ “ການ​ສ້າງລັດທິ​ຫຼາຍ​ຝ່າຍ​ຄືນໃໝ່”. ທ່ານ​ເຫັນ​ວ່າ: ​ແຜນ​ງານ​ຂອງ​ບັນດາ​ປະ​ເທດ​ຄວນ​ຖື​ປະຊາຊົນ​ເປັນ​ໃຈກາງ, ​ເອົາ​ໃຈ​ໃສ່​ປັບປຸງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ຂະນະ​ດຽວ​ກັນກໍ​ຄວນ​ເພີ່ມ​ທະວີ​ຄວາມ​ໂປ່​ງ​ໃສ ​ແລະຄວາມ​ຮັບຜິດຊອບຂອງ​ລັດຖະບານ ​ແລະ​ອົງການ​ຕ່າງໆ, ​ເພື່ອ​ຮັບປະກັນ​​ໃຫ້ໂລກາ​ພິວັດ​ສົ່ງ​ຜົນດີ​ຕໍ່​ປະຊາຊົນ​ໝົດ​ທຸກຄົນ.

ທ່ານ​ນາງລາ​ກາດ​ໄດ້​ຮຽກຮ້ອງ​​ໃຫ້ບັນດາ​ປະ​ເທດ​ປັບປຸງ ​ແລະ​ສ້າງ​ການ​ຮ່ວມ​ມື​ສາກົນ​ຄືນ​ໃໝ່, ພະຍາຍາມ​ຮ່ວມ​ກັນ​ສ້າງ “ຍຸກ​​ແຫ່ງ​ການ​ປະດິດ​ສ້າງ​ໃໝ່” ​ເຊິ່ງ​ເປັນ​ຍຸກ​ສະ​ໄໝ​ທີ່​ຂັບ​ເຄື່ອນ​ໂດຍ​ການ​ປະ​ດິດສ້າງ​ໃໝ່ ​ແລະ​ການ​ຮ່ວມ​ມື.

ຄຳ​ເຫັນ

0