覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ສົ່ງ​ລະ​ຄັງ​ໃຫຍ່​ສາມ​ໜ່ວຍ​ຄືນ​ໃຫ້​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ

2018-12-12 15:57:44 cri

ວັນ​ທີ 11ທັນ​ວາ​ນີ້,ເຈົ້າ​ໜ້າ​ທີ່ກອງ​ທັບ​ອາ​ເມ​ຣິ​ກາ​ໄດ້​ສົ່ງ ລະ​ຄັງ​ໃຫຍ່ 3 ໜ່ວຍ​ຄືນ​ໃຫ້​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ລະ​ຄັງ​ໃຫຍ່​ເຫຼົ່າ​ນີ້​ແມ່ນ​ທະ​ຫານ​ອາ​ເມ​ຣິ​ກາ​ຍຶດ​ເອົາ​ຈາກ​ເມືອງ​ບາ​ລາງ​ອີ​ກາໃນ​ສະ​ໄໝ​ທະ​ຫານ​ອາ​ເມ​ຣິ​ກາ​ຍຶດ​ຄອງ​ຟີ​ລິບ​ປິນ​ເມື່ອ​ປີ 1901

 

ໃນ​ພິ​ທີ​ມອບ​ຮັບ​ທີ່​ຈັດ​ຂຶ້ນ​ຢູ່​ຖານ​ທັບວີ​ລາ​ໂມ ນະ​ຄອນຫຼວງ​ມາ​ນີ​ລາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ທັນ​ວາ​ນີ້, ທ່ານເດວ​ຟິນ ໂລ​ເຣນຊາ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ​ແລະ​ເຈົ້າ​ໜ້າ​ທີ່​ທ່ານ​ອື່ນໆ​ໄດ້​ກວດ​ເບິ່ງລະ​ຄັງ​ໃຫຍ່​ຢ່າງ​ລະ​ອຽດ​​ຄັກ​ແນ່​ແລ້ວ​ລົງ​ນາມ​ໃນ​ໃບ​ຢັ້ງ​ຢືນມອບ​ຮັບ.
 

 ເປັນ​ເວ​ລາກວ່າ 100 ​ປີ​ຜ່ານ​ມາ, ທາງ​ການ​ຕະຫຼອດ​ຮອດ​ພາກສ່ວນ​ເອ​ກະ​ຊົນ​ຟີ​ລິບ​ປິນ​ຕ່າງ​ກໍ​ຮຽກ​ຮ້ອງ ​ໃຫ້​ອາ​ເມ​ຣິ​ກາ​ສົ່ງ​ຄືນ​ລະ​ຄັງ​ໃຫຍ່​. ພາຍຫຼັງ​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ແລ້ວ, ໄດ້​ກ່າວ​ໂຈມ​ຕີ​ຢ່າງ​ເປີດ​ເຜີຍ​ ຫຼາຍ​ເທື່ອ​ກ່ຽວ​ກັບ​ໂທດ​ກຳ​ຂອງ​ອາ​ເມ​ຣິ​ກາ​ທີ່​ກໍ່​ຂຶ້ນ​ຢູ່​ຟີ​ລິບ​ປິນ ທັງ​ເລັ່ງ​ທວງ​ໃຫ້​ອາ​ເມ​ຣິ​ກາ​​ຕ້ອງສົ່ງ​ຄືນ​ລະ​ຄັງ​ໃຫຍ່​ໂດຍ​ໄວ. ເດືອນ​ກໍ​ລະ​ກົດ​ປີ 2017, ໃນ​ເວ​ລາ​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ, ທ່ານ​ດູ​ເຕີ​ເຕ​ໄດ້​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ສົ່ງ​ລະ​ຄັງ​ບາ​ລາງ​ອີ​ກາ​ຄືນ​ໃຫ້​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ, ທ່ານ​ກ່າວ​ວ່າ ຄຸນ​ຄ່າ​ທາງ​ປະ​ຫວັດ​ສາດ​ຂອງ​ລະ​ຄັງ​ບູ​ຮານ​ສາ​ມາດ​ເຕືອນ​ໃຫ້​ປະ​ຊາ​ຊົນ​ຟີ​ລິບ​ປິນ​ຮັບ​ຮູ້​ວ່າ ​ປູ່ຍ່າ​ຕາ​ຍາຍ​ພວກ​ເຮົາ​ເຄີຍ​ໄດ້​ຕໍ່​ຕ້ານ​ພວກ​ລາ​ເມືອງ​ຂຶ້ນ​ອາ​ເມ​ຣິ​ກາ​ຢ່າງ​ອົງ​ອາດ​​ກ້າ​ຫານ​ດ້ວຍ​ຄວາມເສຍ​ສະຫຼະ. ເດືອນ​ພະ​ຈິກ​ປີ 2018, ທ່ານ​ເຈມ​ສ ​ນໍ​ແມນ ມາ​ຕິ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າຈະ​ສົ່ງ​ລະ​ຄັງ​ໃຫຍ່​ຄືນ​ໃຫ້​ຟີ​ລິບ​ປິນ.
 

ຫຼັງ​ພິ​ທີ​ມອບ-ຮັບ, ລ​ະ​ຄັງ​ໃຫຍ່​ 3 ໜ່ວຍ​ດັ່ງ​ກ່າວ​ຈະນຳ​ໄປ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ຖານ​ທັບ​ຟີ​ລິບ​ປິນ​​ຊົ່ວ​ຄາວ​ເພື່ອໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ​ໂດຍ​ບໍ່​ເກັບ​ຄ່າ, ຄາດ​ວ່າ​ຈະ​ສົ່ງ​ຄືນ​ເມືອງບາ​ລາງ​ອີ​ກາ​ໃນ​ວັນ​ທີ 15 ທັນ​ວາ​ນີ້.

 

ຄຳ​ເຫັນ

0