吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະລິມານການ​ຜະລິດ ​ແລະ​ຈຳໜ່າຍລົດ​ພະ​ລັງ​ງານ​ໃໝ່ຂອງ​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ

2018-12-12 16:34:26 cri

ສະມາ​ຄົມ​ອຸດສາຫະກຳ​ລົດ​ຈີນ​ໄດ້​​ເປີດ​ເຜີຍ​ຂໍ້​ມູນ​ສະຖິຕິ​​ຫຼ້າ​ສຸດ​ວ່າ: ​ແຕ່​​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກປີ​ນີ້, ຈີນ​ໄດ້​ຜະລິດ​ລົດ​ພະລັງງານ​ໃໝ່ 1.053.500​ຄັນ ​ແລະ​ຈຳໜ່າຍ 1.029.800 ​ຄັນ, ​ເພີ່ມ​ຂຶ້ນ​ 63,63% ​ແລະ 68% ຕາມ​ລຳດັບ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ປະລິ​ມານ​ການ​ຜະ​ລິດ ​​ແລ​ະຈຳໜ່າຍ​ລົດ​ພະລັງງານ​ໃໝ່​ຈີນ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.

​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີນີ້, ຈີນ​ໄດ້​ຜະລິດ​ລົດ​ພະລັງງານ​ໄຟຟ້າ 806.600 ​ຄັນ ​ແລະ​ຈຳໜ່າຍ 790.900 ຄັນ, ​ເພີ່ມ​ຂຶ້ນ 50,30% ​ແລະ 55,66% ຕາມ​ລຳດັບ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ; ​ແລະ​ຜະລິດ​ລົດ​ພະລັງງານ​ໄຟຟ້າ​ໄຮ​ບຣິດ​ແບບ​ປລັກ​ອິນ (PHEV) 246.600 ຄັນ ​ແລະ​ຈຳໜ່າຍ 238.600 ​ຄັນ, ​ເພີ່ມ​ຂຶ້ນ 130,27% ​ແລະ 127,58% ຕາມ​ລຳດັບ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ.

 

ຄຳ​ເຫັນ

0