覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກາ​ນ​ປຶກ​ສາ​ຫາ​ລື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີ

2018-12-14 15:02:47 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ຈັດ​ຂຶ້ນ​ຕາມ​ປົກ​ກະ​ຕິ​ໃນ​ວັນ​ທີ 13 ທັນ​ວາ​ນີ້, ທ່ານ​ກ່າວ​ເຟີ່ງ  ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍວ່າ:ທີມ​ງານ​ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ໃກ້​ຊິດ​ໃນ​ການ​ປຶກ​ສາ​ຫາ​ລື​ລາຍ​ລະ​ອຽດ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີີ່​ດີ. ຈີນ​ຍິນ​ດີ​ຕ້ອ​ນ​ຮັບ​ ຄະ​ນະ​ຜູ້​ແທນ​ອາ​ເມ​ຣິ​ກາ​ທີ່​ຈະມາ​ປຶກ​ສາ​ຫາ​ລື​ກັບ​ຈີນ ແລະ​ກໍ​ມີ​ທ່າ​ທີ​ຍິນ​ດີ​​ສົ່ງ​ຄະ​ນະ​ຜູ້​ແທນ​ຂອງ​ຕົນເດີນ​ທາງ​ໄປ​ອາ​ເມ​ຣິ​ກາ​ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ເຊັ່ນ​ກັນ.
 

ວັນ​ທີ 11 ທັນ​ວາ​ນີ້, ທ່ານ​ລິວ​ເຮີ້ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​, ຜູ້​ຊີ້​ນຳ​ການ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອ​າ​ເມ​ຣິ​ກາ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ຝ່າຍ​ອາ​ເມ​ຣິ​ກາ​ໂດຍ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ທີ່​ບັນ​ລຸ​​ໄດ້ໃນ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຕາ​ຕະ​ລາງ​ເວ​ລາ​ແລະ​ແຜນ​ການ​ດຳ​ເນີນ​ວຽກ​ງານ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ບາດ​ກ້າວ​ຕໍ່​ໄປ.
 

 ທ່ານ​ກ່າວ​ເຟີ່ງ​ຍັງ​ກ່າວ​ຕື່ມ​ວ່າ: ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ​ດ້ານ​ຜະ​ລິ​ດ​ຕະ​ພັນ​ກະ​ສິ​ກຳ,ພະ​ລັງ​ງານ, ລົດ​ຍົນ​ແລະ​ອື່ນໆ, ໃນ​ນີ້ ຖົ່ວ​ເຫຼືອງ​ເປັນ​ປະ​ເພດ​ຜະ​ລິ​ດ​ຕະ​ພັນ​ກະ​ສິ​ກຳ​ທີ່​ສຳ​ຄັນ​ທີ່​ຈີນ​ນຳ​ເຂົ້າ​ຈາກ​ອາ​ເມ​ຣິ​ກາ ເພາະຕະຫຼາດ​ພາຍ​ໃນ​ປະ​ເທດ​ຈີນ​ມີ​ຄວາມ​​ຕ້ອງ​ການ​ຢ່າງຫຼວງຫຼາຍ. ສຳ​ລັບ​ລາຍ​ລະ​ອຽດ​ຈະ​ເປີດ​ເຜີຍ​ຕາມ​ທີ່ຫຼັງ.

ຄຳ​ເຫັນ

0