ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວ CRI: ບຸນມະໂຫລານສິລະປະວັດທະນະທຳປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2018 ໄດ້ຈັດຂຶ້ນຢູ່ກິ່ງແຂວງສິບສອງພັ່ນນາແຂວງຢຸນນານ ສປ ຈີນໃນວັນທີ 12 ທັນວານີ້. ໃນຫຼາຍມື້ມານີ້, ເຈົ້າໜ້າທີ່ປະເທດດັ່ງກ່າວໄດ້ຕີລາຄາສູງຕໍ່ບຸນມະໂຫລານຄັ້ງນີ້ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ.
ໃນພິທີໄຂສິລະປິນຂອງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສະແດງລາຍການທີ່ດີເດັ່ນທີ່ເນັ້ນຫົວຂໍ້ “ສາຍນ້ຳດຽວກັນ, ນ້ຳໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”.
ທ່ານບົວຄົງ ນາມມະວົງ ເລຂາຄະນະພັກ, ເຈົ້າແຂວງແຂວງບໍ່ແກ້ວຂອງລາວ ກ່າວວ່າ, ບຸນມະໂຫລານສິລະປະວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນງານວັດທະນະທຳຄັ້ງໜຶ່ງ, ມີເນື້ອໃນອຸດົມສົມບູນແລະດີເດັ່ນຫຼາຍ. ໃນໄລຍະຈັດງານ, ສິລະປິນຂອງບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເຕົ້າໂຮມກັນ, ສະແດງວັດທະນະທຳຂອງປະເທດຕົນໃນຫຼາຍສີສັນແລະຫຼາຍລາຍການ, ເປັນການເພີ່ມຄວາມເຂົ້າໃຈກັນລະຫວ່າງປະເທດຕ່າງໆ, ແລະໄດ້ເພີ່ມມິດຕະພາບລະຫວ່າງປະຊາຊົນຂອງບັນດາປະເທດ.
ທ່ານອູຊູແປງ ກົງສຸນໃຫຍ່ຂອງສະຖານກົງສຸນມຽນມາປະຈຳຄຸນມິງ ກ່າວຕໍ່ນັກຂ່າວວ່າ, 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຖືບຸນມະໂຫລານຄັ້ງນີ້ເປັນເວທີແລກປ່ຽນ, ທັງເປັນການຊຸກຍູ້ການຮ່ວມມືດ້ານການເມືອງ, ເສດຖະກິດ, ສັງຄົມແລະວັດທະນະທຳ, ເພື່ອໃຫ້ປະຊາຊົນຂອງບັນດາປະເທດຮັດແໜ້ນມິດຕະພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານ ວິຮຸນ ພະເທວີ ຮອງເຈົ້າແຂວງແຂວງຊຽງໃໝ່ປະເທດໄທ ກ່າວຕໍ່ນັກຂ່າວວ່າ, ທຽບໃສ່ບຸນມະໂຫລານຄັ້ງທີ່ຜ່ານມາ, ບຸນມະໂຫລານຄັ້ງນີ້ມີຂະໜາດໃຫຍ່ກວ່າເກົ່າແລະມີເນື້ອໃນອຸດົມສົມບູນກວ່າເກົ່າ, ໂດຍສະເພາະແມ່ນງານວາງສະແດງຮູບຖ່າຍສາກົນ, ບໍ່ພຽງແຕ່ໄດ້ບັນທຶກທິວທັດທຳມະຊາດທີ່ສວຍງາມແລະວີຖີຊີວິດຂອງປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເທົ່ານັ້ນ, ຍັງໄດ້ບັນທຶກການແລກປ່ຽນມິດຕະພາບລະຫວ່າງປະຊາຊົນຂອງບັນດາປະເທດ ລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ຄຳເຫັນ
0