黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕ້ອງ​ຍຶດ​ໝັ້ນ​ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ

2018-12-18 13:32:23 cri

    ວັນ​ທີ 18 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ, ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນພິ​ເສດ​ຂອງ​ຈີນ​ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ທີ່​ເຮັດ​ໃຫ້​ຈີນ​ທ່ວງ​ທັນ​ກັບຍຸກ​ສະ​ໄໝ​ແລະ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ, ຕ້ອງ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ນີ້​ບໍ່​ປ່ຽນ​ແປງ​ຢ່າງ​ເດັດ​ດ່ຽວ. ທ່ານ​ກ່າວ​ວ່າ, ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​​ຈະປ່ຽນ​ແປງ​ຫຍັງ​ແລະ​ປ່ຽນ​ແປງ​ແນວ​ໃດ, ຕ້ອງ​ຍຶດ​ຖື​ຫຼັກ​ການ​ພື້ນ​ຖານ​ທີ່​ສອດ​ຄ່ອງ​ກັບເປົ້າ​ໝາຍ​​ລວມ​ທີ່​ປັບ​ປຸງ​ແລະ​ພັດ​ທະ​ນາ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ​ຊຸກ​ຍູ້​ການ​ປັບ​ປຸງ​ລະ​ບົບ​ການ​ປົກ​ຄອງແລະ​ເຮັດ​ໃຫ້​ຄວາມ​ສາ​ມາດ​ການຫັນ​ເປັນ​​ທັນ​ສະ​ໄໝນັ້ນ​ຫຼື​ບໍ່, ສິ່ງ​ທີ່​ຄວນ​ປ່ຽນ​ແປງ​ແລະ​ສາ​ມາດ​ປ່ຽນ​ແປງ​ໄດ້​ນັ້ນ, ຈີນ​ຈະ​ປ່ຽນ​ແປງ​ຢ່າງ​ເດັດ​ດ່ຽວ, ສິ່ງ​ທີ່​ບໍ່​ຄວນ​ປ່ຽນ​ແປງ​ແລະ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້​ນັ້ນ, ຈະ​ບໍ່​ປ່ຽນ​ແປງ​ຢ່າງ​ເດັດ​ຂາດ. ທ່ານ​ກ່າວ​ເນັ້ນ​ຕື່ມ​ວ່າ, ຄວນ​ຍຶດ​ໝັ້ນ​ຖື​​ເອົາການ​ສ້າງ​ເສດ​ຖະ​ກິດ​ເປັນ​ໃຈ​ກາງຢ່າງ​ຍາວ​ນານ, ຍຶດ​ໝັ້ນ​ຫຼັກ​ການ​ພື້ນຖານ​ສີ່​ຂໍ້, ຍຶດ​ໝັ້ນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​​ເດັດ​ຂາດ.

ຄຳ​ເຫັນ

0