尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ: ການ​ປະ​ດິດ​ສ້າງ​ໃໝ່​ແມ່ນ​ຊີ​ວິດຈິດ​ໃຈ​ຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ ການ​ປົດປ່ອຍ​ແນ​ວ​ຄິດ​ຈະ​ບໍ່​ມີ​ວັນ​ສິ້ນ​ສຸດ

2018-12-18 14:26:34 cri

ວັນ​ທີ 18 ທັນ​ວາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອ​ມ​ມູ​ນິດຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໂດຍ​ເນັ້ນ​ວ່າ: ການ​ປະ​ດິດ​ສ້າງ​ໃໝ່​ແມ່ນ​ຊີ​ວິດ​ຈິດ​ໃຈ​ຂອງ​ການ​ປະ​ຕິ​ຮູບ​ແລະ​​ເປີດ​ປະ​ຕູ​ສູ່​ພາ​ຍນອກ,ການ​ປົດ​ປ່ອຍ​ແນວ​ຄິດ​ຈະ​ບໍ່​ມີວັນ​ສິ້ນ​ສຸດ. ບົນ​ເສັ້ນ​ທາງ​ກ້າວ​ເດີນໄປ​ໜ້າ​ຂອງ​ຈີນ, ຕ້ອງ​ຍຶດ​ໝັ້ນໃນ​ລັດ​ທິ​ມາກ​-ເລ​ນິນ,ແນວ​ຄິດ​ເໝົາ​ເຈີ​ຕຸ່ງ,ທິດ​ສະ​ດີ​ເຕີ້ງ​ສຽວ​ຜິງ,ແນວ​ຄິດ​ສຳ​ຄັນ 3 ຕົວ​ແທນ,ທັດ​ສະ​ນະພັດ​ທະ​ນາ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ,ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​ທິດ​ຊີ້​ນຳ,ຍຶດ​ໝັ້ນ​ການ​ປົດ​ປ່ອຍ​ແນ​ວ​ຄິດ​ແລະ​ສະ​ແຫວງ​​ຫາ​ສັດ​ຈະ​ທຳ​ຈາກ​ຄວາມ​ເປັນ​ຈິງ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ແບບ​ກາຍ​ອິນ​ຊີ. ພັດ​ທະ​ນາ​ລັດ​ທິ​ມາກ​ສະ​ຕະ​ວັດ​ທີ 21, ລັດ​ທິ​ມາກ​​ຂອງ​ຈີນ​ໃນຍຸກ​ປັດ​ຈຸ​ບັນ,ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ປະ​ຫວັດ​ສາດ​ຂອງສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ​ທີ່​ບໍ່​ສາ​ມາດ​ປ່ອຍ​ປະ​ລະ​ເລີຍ​ໄດ້.

ຄຳ​ເຫັນ

0