赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່ 2019

2018-12-31 20:30:16 cri

 

图片默认标题_fororder_CqgNOlwqC7mAKipcAAAAAAAAAAA854.900x594.670x443

 

ສະ​ບາຍ​ດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແ​ພງ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2019 ໃກ້​ຈະໝູນ​ວຽນ​ມາ​ເຖິງນີ້, ທ່ານ​ສີຈິ້ນ​ຜິງ ປະ​ທານ​ປະ​ເທດ ສປ​ ຈີນ​ໄດ້​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່ 2019 ​ຜ່ານ​ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ອິນ​ເຕີ​ແນັດໂດຍ​ມີ​ເນື້ອ​ໃນ​​ດັ່ງ​ນີ້:

 

ສະ​ບາຍ​ດີ! ບັນ​ດາ​ສະ​ຫາຍ, ເພື່ອນ​ມິດ, ທ່ານ​ຍິງ ແລະ​ທ່ານ​ຊາຍ:

ການ​ເວ​ລາ​ຜ່ານ​ພົ້ນ​ໄປ​ໂດຍ​ບໍ່​ມີ​ການ​ລໍ​ຄອຍ. ປີ 2019 ໃກ້​ຈະ​ໝູນວຽນ​ມາ​​ເຖິງ, ຂ້າ​ພະ​ເຈົ້າ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ​ຂໍ​ສົ່ງ​ຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ບັນ​ດາ​ທ່ານ​ໃນ​​ໂອ​ກາດ​ປີ​ໃໝ່​ນີ້.

ປີ 2018 ແມ່ນ​ປີ​ໜຶ່ງ​ທີ່​ພວກ​ເຮົາ​ມີ​ຄວາມ​ອຸ​ດົມ​ສົມ​ບຸນ​ແລະ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ. ໃນ​ປີນີ້ ພວກ​ເຮົາ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ສ່ຽງ​ ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ, ໄດ້​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາ​ບ​ສູງ, ໄດ້​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ເກົ່າ, ຮັກ​ສາ​ເສດ​ຖ​ະ​ກິດໃຫ້​ໝູນ​ເດີນ​ຢູ່​ໃນ​ຂອບ​ເຂດ​ທີ່​ສົມ​ເຫດ​ສົມ​ຜົນ.​ການ​ສູ້​ຊົນ​ໃຫ້​ທ້ອງ​ຟ້າ​ປອດ​ໂປ່ງ, ​ໃຫ້ສາຍ​ນ້ຳ​ສົດ​ໃສ​ແລະ​ດິນ​ດອນ​ຕອນ​ຫຍ້າ​ສະ​ອາດ​ງາມ​ນັ້ນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ວຽກ​ງານ​ທຸກ​ດ້ານກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​​ໃຫ້ດີ​ຂຶ້ນ​ຢ່າງ​ບໍ່  ​ຢຸ​ດ​ຢັ້ງ. ​ຍຸດ​ທະ​ສາດ​ລະ​ດັບ​ຊາດ​ຕ່າງໆ​ເຊັ່ນ: ການ​ໃຫ້ນະ​ຄອນ​ຫຼວງປັກ​ກິ່ງ ​ນະ​ຄອນທຽນ​ສິນ ​ແລະ​ແຂວງ​ເຫີ​ເປີ​ພັດ​ທະ​ນາ​ໄປ​ພ້ອມ​ກັນ, ​ການ​ພັດ​ທະ​ນາ​ແລວເສດ​ຖະ​ກິດ​ຢາງ​ຊີ​ກຽງ​, ການ​ສ້າງ​ເຂດ​ອ່າວ​ທະ​ເລກວາງ​ຕຸ້ງ​­-ຮົງ​ກົງ-ມາ​ກາວ ​ແລະ​ແຫ່ງອື່ນໆ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໄປ​ຢ່າງ​ໜັກ​ແໜ້ນ. ເວ​ລາ​ຂ້າ​ພ​ະ​ເຈົ້າ​​ລົງ​ສຳ​ຫຼວດ​ຢູ່​ທ້ອງ​ຖີ່ນ​ຕ່າງໆ ໄດ້​ປະ​ທັບ​ໃຈ​ແລະ​ເຫັນ​ວ່າ: ຢູ່​ສອ​ງ​ຝັ່ງ​ແຄມ​ທະ​ເລ​ແມ່​ນ້ຳ​ຢາງ​ຊີ​ກຽງ​ເຕັມ​ໄປ​ດ້ວຍ​ຄວາມ​ສົດ​ໃສ​ແລະ​ສີ​ຂຽວ​ງາມ​ອຸ່ມ​ທຸ່ມ, ນາ​ເຂົ້າ​ນັບ​ເປັນ​ຫຼາຍ​ພັນ​ເຮັກ​ຕາ​ຢູ່​ເມືອງ​ຈ້ຽນ​ສານ​ຈ່ຽງ​ທີ່​ກວ້າງ​ໃຫຍ່​ສຸດ​ສາຍ​ຕາ, ​ເຂດສຽນ​ຫາຍ ນະ​ຄອນ​ເຊີນ​ເຈິ້ນ​ເຕັມ​ໄປ​ດ້ວຍ​ຄວາມ​ຊີ​ວິດ​ຊີ​ວາ, ເຂດຈ່າງ​ຈ່ຽງ ນະ​ຄອນ​ຊຽງ​ໄຮ້​ພັ​ດ​ທະ​ນາ​ຢ່າງ​ໂດດ​ເດັ່ນ, ຂົວ​ຂ້າມ​ທະ​ເລຮົງ​ກົງ-ຈູ​ຫາຍ-ມາ​ກາວ​ເຮັດ​ໃຫ້​ສາມສະ​ຖານ​ທີ່ນີ້​ຕິດ​ຕໍ່​ພົວ​ພັນ​ກັນ​ຢ່າງ​ສະ​ດວກ​ສະ​ບາຍ… ທັງ​ໝົດ​ເຫຼົ່າ​ນີ້ ແມ່ນ​​ໄດ້​ມາ​ຈາກ​ຄວາມ​ພະ​ຍາ​ຍາມ​ສູ້​ຊົນ​ຜ່ານ​ຜ່າຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​​ທົ່ວ​ປະ​ເທດ, ແມ່ນ​ໄດ້​ມາ​ຈາກ​ການ​ອອກ​ເຫື່ອ​ເທ​ແຮງ​ຂອງ​ຜູ້​​ຫ້າວ​ຫັນສູ້​ຊົນ​ໃນ​ຍຸກ​ໃໝ່​ທຸກ​ຄົນ.

ໃນ​ປີນີ້,ການ​ຜະ​ລິດ​ໂດຍ​ຈີນ, ການ​ປະ​ດິດ​ສ້າງ​ໂດຍ​ຈີນ​ແລະ​ການ​ກໍ່​ສ້າງ​ໂດຍ​ຈີນ​ໄດ້​ຮ່ວມ​ກັນ​​ປ່ຽນ​ແປງ​ໂສມ​ໜ້າ​ຂອງ​ຈີນຢ່າງ​ຕໍ່​ເນື່ອງ. ການ​ສົ່ງ​ບານ​ສຳ​ຫຼວດດວງ​ຈັນ “ຊາງ​ເອີ 4” ປະ​ສົບ​ຜົນ​ສຳ​ເລັດ, ກຳ​ປັ່ນ​ ບັນ​ທຸກ​ເຮືອ​ບິນ​ລຳ​ທີ​ສອງ​ທົດ​ລອງ​ເດີນ​ທະ​ເລສຳ​ເລັດ, ​ເຮືອ​ຍິນ​ຂະ​ໜາດ​ໃຫຍ່​ສາ​ມາດ​ຂຶ້ນ​ບິນ​ທາງ​ໜ້າ​ນ້ຳ​ແລະ​ທາງ​ບົກ​ທີ່​​ຈີນ​ຜະ​ລິດ​ນັ້ນ​ກໍ່​ສຳ​ເລັດ​ການ​ບິນ​ເທິງ​ນ້ຳ​ເປັນ​ຄັ້ງ​ທຳ​ອິດ, ລະ​ບົບ​ນຳ​ທາງ​ດາວ​ທຽມ​ເປີຍ​ໂຕ​ກໍ່​ເລີ່ມ​ເຂົ້າ​ສູ່​ການປະ​ກອບຕາ​ໜ່າງ​​​ບໍ​ລິ​ການໃນ​ຂອບ​ເຂດ​ທົ່ວໂລກ. ຖື​ໂອ​ກາດນີ້ ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ນັກ​ວິ​ທະ​ຍາ​ສາດ​, ນັກ​ວິ​ສ​ະວະ​ກອນ, ນາຍ​ຊ່າງ, ກຳ​ມະ​ກອນ​ແລະ​ຜູ້​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ທັງ​ໝົດ.

ໃນ​ປີນີ້, ການ​ແກ້​ໄຂ​ອ​ຂດ​ຫຍຸ້ງ​ຍາກ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ຂ່າວ​ດີ​ຢ່າງ​ຫຼວງ​ຫຼາຍ​ອອກ​ມາ ເຊິ່ງ​ທົ່ວ​ປະ​ເທດ​ໄດ້​ມີ 125 ເມືອງ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ປະ​ຊາ​ຊົນ​ຊົນ​ນະ​ບົດ​ຈຳ​ນວນ 10 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຢາ​ຕ້ານ​ມະ​ເຮັງ 17 ຊະ​ນິດ​ໄດ້​ຫຼຸດ​ລາ​ຄາ ແລະ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຂອງ​ຢຸກ​ຢາ​ທີ່​ຢູ່​ໃນ​ການ​ປະ​ກັນ​ສັງ​ຄົມ​ປິ່ນ​ປົວ​ສຸ​ຂະ​ພາບ, ບັນ​ຫາ​ທຸກ​ຍາກ​ຍ້ອນ​ໃຊ້​ຈ່າຍ​ດ້ານ​ຢາ​ເພື່ອ​​ປິ່ນປົວ​​ສຸ​ຂະ​ພາບ​ນັ້ນ​ພວມ​ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ເທື່ອ​ລະ​ກ້າວ. ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ນຳ​ບັນ​ດາ​ສະ​ຫາຍ​ທີ່​ເຮັດ​ວຽກ​ຢູ່​ຂັ້ນ​ຮາກ​ຖານ​ໃນການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ມາ​ໂດຍ​ຕະ​ຫຼອດ, ພະ​ນັກ​ງານ​ແລະ​ເລ​ຂາ​ພັກ​ຈຳ​ນວນ 2 ລ້ານ 8 ແສນ​ຄົນ​ໄດ້​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​, ຂໍ​ອວຍ​ພອນ​ໄຊ​ໃຫ້​ບັນ​ດາ​ສະ​ຫາຍ​ຈົ່ງ​ມີ​​ພະ​ລາ​ນາ​ໄມ​ສົມ​ບູນ.

ຂ້າ​ພະ​ເຈົ້າ​ຍັງ​ເປັນ​ຫ່ວງ​ນຳ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ຕະ​ຫຼອດ​ເວ​ລາ. ຢູ່​ບ້ານ​ຊານ​ເຫີ​ ເມືອງ​​ລ້ຽງ​ຊານ ​ແຂວງ​ເສ​ຊວນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢາມ​ຄອບ​ຄົວ​ທ້າວ​ຈີ​ຫາວ​ເຢ​ຊິວ ແລະ​​ທ້າວ​ເຈ​ເລ​ໂອ​ເອີ ​ເຊິ່ງ​ແມ່ນ​ຊາວ​ບ້ານ​ເຜົ່າ​ອີ. ຢູ່​ບ້ານ​ຊານ​ຈ້ຽນ​ຊີ ເມືອງ​ຈີ​ນານ ແຂວງ​ຊານ​ຕົງ​, ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ລົມ​ກັບ​ທ້າວ​ຈ້າວ​ຊຸ້ນ​​ລີ້ ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ເພິ່ນ. ຢູ່​ຄຸ້ມ​ບ້ານ​ຕົ່ງ​ຫວາ​ຢວນ ເມືອງ​ຝູ​ຊຸ້ນ​ ແຂວງ​ຫຼິວ​ນິງດ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຊອກ​ຮູ້​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ຈັດ​ສັນ​ທີ່​ຢູ່​ໃໝ່ ເພື່ອ​ຄວາມ​ປອດ​ໄພ​ໃຫ້​ນາງ​ເສີນອີ້​ຟ່າງ. ຢູ່​ບ້ານ​ຫຼຽນ​ຈ່າງ ເມືອງ​ຊິ່ງຢວນ ແຂວງກວາງ​ຕຸ້ງ, ຂ້າ​ພະ​ເຈົ້າ​ໄດ້​ໂອ້​ລົມ​ກັບ​ຄອບ​ຄົວ​ຜູ້​ທຸກ​ຍາກ ​ທ້າວ​ລູ້​ອີ​ເຫີ ກ່ຽວ​ກັບວິ​ທີ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ​ຈົນ​ຮອດ​ປັດ​ຈຸ​ບັນ ຂ້າ​ພະ​ເຈົ້າ​ຍັງ​ຈື່​ແວວ​ຕາທີ່​ຈິງ​ໃຈ​ຂອງ​ເຂົາ​ເຈົ້າ​ມາ​ໂດຍ​ຕະ​ຫຼອດ. ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ຈະ​ໝູນ​ວຽນ​ມາ​ເຖິງນີ້, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໄຊໃຫ້​ພີ່​ນ້ອງ​ປະ​ຊາ​ຊົນ​ທັງ​ຫຼາຍ​ຈົ່ງ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ເລື້ອຍໆ, ຢູ່​ເຢັນ​ເປັນ​ສຸກ​ຕະ​ຫຼອດ​ໄປ.

ໃນ​ປີນີ້, ພວກ​ເຮົາ​ໄດ້​ສະ​ເຫຼີມ​ສະ​ຫຼອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ​ຢ່າ​ງ​ຄຶກ​ຄື້ນ, ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບແລະ​ປັບ​ປຸງ​ອົງ​ການ​ຈັດ​ຕັ້ງ​ພັກ​ແລະ​ລັດ​ຖະ​ບານ​ໂດຍ​ລວມຢ່າງ​ເປັນ​ລະ​ບົບ​ແລະ​ຂະ​ໜາດ​ໃຫຍ່, ໄດ້​ວາງ​ມາດ​ຕະ​ການ​ປະ​ຕິ​ຮູບ​ທີ່​ສຳ​ຄັນ 100 ກວ່າ​ຂໍ້​ອອກ​ມາ, ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ປະ​ຖົມ​ມະ​ເລີກ, ໄດ້​ເລີ່ມ​ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ. ທົ່ວ​ໂລກ​ໄດ້​ສຳ​ຜັດ​ເຖິງ​ຄວາມເຕີບ​ໂຕ​ທີ່​ວ່ອງ​ໄວຂອງ​ຈີນ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​, ໄດ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ໃນ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕະ​ຫຼອດ​ການ. ບາດ​ກ້າວ​ຂອງ​ພວກ​ເຮົາ​ໃນ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ນັ້ນ​ຈະ​ບໍ່​ມີ​​ວັນ​ຢຸດ​ນິ້ງ, ປະ​ຕູ​ຂອງ​ພວກ​ເຮົາ​​ແຮ່ງ​ເປີດກໍແຮ່ງກວ້າງ​ອອກ.

ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ແລ້ວ​ວ່າ, ​ມາ​ເຖິງປີນີ້, ນັກ​ສຶກ​ສາ​ທີ່​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຊຸດ​ທຳ​ອິດ​ຫຼັງ​ຈາກ​ຈີນ​ຟື້ນ​ຟູ​ການ​ເສັງຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ເມື່ອ​ປີ 1977 ນັ້ນ​ສ່ວນ​ຫຼາຍ​ແມ່ນ​ອອກ​ບຳ​ນານ​ແລ້ວ, ໄວ​ໜຸ່ມ​ທີ່​ເກີດ​ໃນ​ຊຸມ​ປີ 2000 ເລີ່ມ​ເຂົ້າ​ສູ່​ມະ​ຫາ​ວິ​ທະ​ຍາ​ໄລ. ໂຄງ​ການ​ທີ່​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່ບໍ່​ມີ​ສຳ​ມະ​ໂນ​ຄົວ​ຢູ່​ຕົວ​ເມືອງ​​ຈຳ​ນວນ 100 ລ້ານກວ່າ​ຄົນ​ໄດ້​ຮັບ​ສຳ​ມະ​ໂນ​ຄົວ​ຢູ່​ຕົວ​ເມືອງ, ​ມີຈຳ​ນວນ 13 ລ້ານກວ່າ​ຄົນ​​ມີວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ຕົວ​ເມືອງ, ເລີ່ມ​ສ້າງ​ເຮືອນ​ຢູ່ 5 ລ້ານ 8 ແສນ ຊຸດ​ເພື່ອ​ແກ້​ໄຂ​ບັນ​ຫາ​​ເຮືອນ​ຢູ່ຂອງ​ປະ​ຊາ​ຊົນ​ຜູ້​ທີ່​ຍັງ​ຢູ່​ໃນ​ເຮືອນ​ຕູບ, ເຮັດ​ໃຫ້​ຊາວ​ເມືອງ​ໃໝ່​ໄດ້​ມີ​ເຮືອນ​ຢູ່​ອັນ​ອົບ​ອຸ່ນ. ປະ​ຊາ​ຊົນ​ຮົງ​ກົງ​ແລະ​ມາ​ກາວ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ພັກ​ເຊົ່າ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ, ຮົງ​ກົງ​ໄດ້​​ເຊື່ອມ​ໂຍງເຂົ້າ​ກັບ​ລະ​ບົບ​ຕາ​ໜ່າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ທົ່ວ​ປະ​ເທດ. ຈີນ​ເຕັມ​ໄປ​ດ້ວຍ​ພະ​ລັງ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ​ຍ້ອນ​ມີ​ປ​ະ​ຊາ​ຊົນ​ທີ່​ເຄື່ອນ​ໄຫວ​ຢ່າງ​ຫຼວງ​ຫຼາຍ, ​ພວກ​ເຮົາ​ ທຸກ​ຄົນລ້ວນ​ແຕ່​ພະ​ຍາ​ຍາມ​ມຸ່ງ​ໄປ​ໜ້າ, ​ພວກ​ເຮົາ ທຸກ​ຄົນ​ລ້ວນ​ແຕ່​ແມ່ນ​ຜູ້​ທີ່​ໄລ່​ທັນ​ຄວາມ​ຝັນ.

ໃນ​ໂອ​ກາດນີ້, ຂ້າ​ພະ​ເຈົ້າ​ຂໍ​ເອີ່ຍ​ເຖິງ​ຊື່​ຂອງ​ບາງ​ບຸກ​ຄົນ​ທີ່​ໜ້າ​ຈາ​ລຶກ​ໄວ້.ນັ້ນ​ຄື ທ່ານ​ໜານ​ເຢີນ​ຕົ່ງ ນັກ​ວິ​ທະ​ຍາ​ສາດ​ຈີນ ເຊິ່ງ​ດວງ​ດາວດວງ​ໜຶ່ງ​ຢູ່​ເທິງ​ທ້ອງ​ຟ້າໄດ້​ຕັ້ງ​ຊື່​​ເພື່ອ​ເປັນ​ກຽດ​ໃຫ້​ເພິ່ນ; ສະ​ຫາຍຫຼິນ​ຈຸ້ນ​ເຕີ ແລະ​ສະ​ຫາຍຈ່າງ​ຊ່າວ ​ວິ​ລະ​ຊົນແບບ​ຢ່າງ​ຂອງ​ທົ່ວ​ກອງ​ທັບ​. ພວກ​ເຮົາ​ຄວນ​ຈົດ​ຈຳ​ສະ​ຫາຍ​ຫວາງ​ຈີ້​ຊາຍ ທີ່​ເຝົ​າ​ຮັກ​ສາ​ເກາະ​ດອນ​ຢູ່​ຕາມ​ເຂດ​ຊາຍ​ແດນ​ທາງ​ທະ​ເລ​ຂອງ​ຈີນ​ເປັນ​ເວ​ລາ 32 ປີ, ສະ​ຫາຍ​ຫວງ​ຊຸນ, ສະ​ຫາຍ​ຊົ້ງ​ຢວຍ​ຊາຍ ແລະ​ສະ​ຫາຍ​ຈ່ຽງ​ຄາຍ​ປິ່ນ ທີ່​ເສຍ​ສະ​ຫຼະຊີ​ວິດ​ຍ້ອນ​ປົກ​ປ້ອງ​ແທ່ນ​ທົດ​ລອງ​ເທິງ​ທະ​ເລ ກໍ່​ຄື​ວິ​ລະ​ຊົນ​ທ່ານ​ອື່ນໆ​ທີ່​ເສຍ​ສະ​ຫຼະ​​ຊີ​ວິດເພື່ອ​ປະ​ເທດ​ເພື່ອ​ປະ​ຊາ​ຊົນ ເຊິ່ງ​ພວກ​ສະ​ຫາຍ​​ເຫຼົ່າ​ນັ້ນແມ່ນ​ບຸກ​ຄົນ​ຜູ້​ທີ່​ໜ້າ​ເຄົາ​ລົບ​ທີ່​ສຸດ​ໃນ​ຍຸກ​ໃໝ່, ພວກ​ເຮົາ​ຄວນ​ຈົດ​ຈຳ​ໄວ້​ແລະ​ຮຽນ​ນຳ​ພວກ​ສະ​ຫາຍ​ເຫຼົ່າ​ນັ້ນ​ຕະ​ຫຼອດ​ໄປ.

ໃນ​ປີນີ້, ​ມີ​ເພື່ນອ​ມິດ​ທັງ​ເກົ່າ​ແລະ​ໃໝ່​ຈຳ​ນວນ​ຫຼວງ​ຫຼາຍ ເດີນ​ທາງ​ມາ​ເຖິງ​ຈີນ. ພວກ​ເຮົາ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຫຼາຍ​ຄັ້ງ: ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສ​າ​ຫາ​ລື​ອາ​ຊີ​ໂປ​ອາວ, ກອງ​ປະ​ຊຸມ​ສຸດຍອດ​ຊິງ​ຕາວ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, ກອງ​ປະ​ຊຸມສຸດຍອດ​ປັກ​ກິ່ງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-​​ອາ​ຟິ​ຣ​ກາ​ ໂດຍໄດ້​ສະ​ເໜີ​ຄຳ​ເຫັນ​ຂອງ​ຈີນ ແລະ​ສົ່ງ​ສຽງ​ຂອງ​ຈີນສູ່​ເວ​ທີ​ເຫຼົ່າ​ນັ້ນ.  ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ເພື່ອນ​ຮ່ວມ​ງານ​ໄດ້​ໄປ​ຢ້ຽມ​ຢາມຢູ່ 5 ທະ​ວີບ, ໄດ້​ເຂົ້າ​ຮ່ວມ​​ກອງ​ປະ​ຊຸມການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ຫຼາຍ​ເທື່ອ, ໄດ້​ແລກ​ປ່ຽນ​ກັບ​ຜູ້​ນຳ​ປະ​ເທດ​ຕ່າງໆ​ຢ່າງກວ້າງ​ຂວາງ, ເຮັດ​ໃຫ້​ມິດ​ຕະ​ພາບ​ມີ​ຄວາມ​ໝັ້ນ​ຄົງ​ຂຶ້ນ​ຕື່ມ, ໄດ້​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ແລະ​ໄດ້​ມີ​ເພື່ອນ​ມິດ​ຫຼາຍ​ຂຶ້ນ.

ປີ 2019, ພວກ​ເຮົາ​ຈະ​ສະ​ເຫຼີມ​ສະ​ຫຼອງການ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ. 70 ປີ​ແຫ່ງ​ການ​​ສູ້​ຊົນຜ່ານ​ຜ່າ​​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ, 70 ປີ​ແຫ່ງ​ການ​ກ້າວ​ເດີນ​ໄປ​ໜ້າ​ ​ທ່າມ​ກາງ​ຟ້າ​ຝົນ​ລົມ​ແດງ. ປະ​ຊາ​ຊົນ​ຄື​ພື້ນ​ຖາ​ນ​ອັນ​ໜັກ​ແໜ້ນ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ປະ​ຊາ​ຊົນ​ຄື​ພື້ນ​ຖານ​ອັນ​ເຂັ້ມແຂງ​​ຂອງ​ພວກ​ເຮົາ​ໃນ​ການ​ກຳ​ອຳ​ນາດ. ໃນ​ຫຼາຍ​ປີ​ຜ່ານ​ມາ, ປະ​ຊາ​ຊົນ​ຈີນໄດ້ເປັນ​ເຈົ້າ​ຕົນ​ເອງ,ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ​ສູ້​ຊົນຜ່ານ​ຜ່າ​ໂດຍ​ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ ​ທີ່​ປະ​ຈັກ​ຕາ​ຕໍ່ຊາວ​ໂລກ. ບົນ​ເສັ້ນ​ທາງ​ກ້າວ​ເດີນ​ອັນ​ໃໝ່, ບໍ່​ວ່າ​ສະ​ພາບ​ການ​ຈະ​ປ່ຽນ​ແປງ​ແນວ​ໃດ​, ພວກ​ເຮົາ​ກໍ່​ຈະ​ອີງ​ອາ​ໄສ​ປະ​ຊາ​ຊົນ​ຢ່າງ​ແໜ້ນ​ແຟ້ນ, ຍຶດ​ໝັ້ນ​ການ​ເປັນ​ເຈົ້າ​ຕົນ​ເອງ​ເພິ່ງ​ຕົນ​ເອງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ​ສູ້ຊົນ​ຜ່ານ​ຜ່າຊຸກ​ຍູ້​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ​​ໃຫ້ກ້າວ​ໄປ​​ໜ້າ ດ້ວຍ​ຄວາມ​ໝັ້ນ​ໃຈ​, ເຕັມ​ໄປ​ດ້ວຍຄວາມ​ດຸ​ໝັ້ນ​ຫ້າວ​ຫັນ ແລະ​ມີ​ມາ​ນະ​ຈິດອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ປີ 2019 ມີ​ທັງ​ກາ​ລະ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ, ພວກ​ເຮົາ​ຍັງ​ຕ້ອງ​ສູ້​ຊົນ​ແລະ​ບຸກ​ບືນ​​ຮ່ວມ​ກັນ. ຕ້ອງ​ເຮັດ​ໃຫ້ມາດ​ຕະ​ການຕາມ​ນະ​ໂຍ​ບາຍ​ຫຼຸດ​​ສ່ວນ​ສາອາ​ກອນ​ນັ້ນ​ໄດ້​ຮັບ​ການ​​ຈັດ​ຕັ້ງປະ​ຕິ​ບັດ​ຕົວ​ຈິງ, ​ເພື່ອຫຼຸດ​ຜ່ອນ​​ການ​ແບກ​ຫາບ​ຂອງວິ​ສາ​ຫະ​ກິດ. ຕ້ອງ​ເຄົາ​ລົບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ດ້ານ​ຕ່າງໆ​ຢ່າງ​ຈິງ​ໃຈ, ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​​ພະ​ລັງ​ແຮງ​ໃນ​ດ້ານ​ການ​ປະ​ດິດ​ສ້າງ. ຕ້ອງ​ຟັງ​ຫາງ​ສຽງ​ຂອງ​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ, ເພື່ອ​ໃຫ້​ພະ​ນັກ​ງານ​ຜູ້​ທີ່​ກ້າ​ຮັບ​ຜິດ​ຊອບ​ແລະ​ມີ​ຄວາມ​ສາ​ມາດ​ນັ້ນ​ເຮັດ​ວຽກ​ດ້ວຍ​ຄວາມ​ພໍ​ໃຈ​ແລະ​ມີ​ຄວາມ​ຫ້າວ​ຫັນ. ຢາກ​ຈະ​ສຳ​ເລັດ​ໜ້າ​ທີ່​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ 10 ລ້ານກວ່າ​ຄົນ​ໃນ​ຊົນ​ນະ​ບົດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ນັ້ນ ຍັງ​ຕ້ອງ​ພະ​ຍາ​ຍາມ​​ບຸກ​ບືນຕໍ່​ໄປ​ອີກ. ຕ້ອງ​ໃຫ້​ຄວາມ​ຮັກ​ແພງ​ຢ່າງ​ອົບ​ອຸ່ນ​ແກ່​ທະ​ຫານ​ເກົ່າ​ຜູ້​ທີ່​​ຮັບ​ເບ້ຍ​ບຳ​ເນັດ​ບຳ​ນານຈາກກອງ​ທັບ, ເຊິ່ງ​ພວກ​ເພິ່ນ​ເຫຼົ່າ​ນັ້ນ​ເປັນ​ຜູ້​ທີ່​ເຄີຍ​ໄດ້​ປະ​ກອບ​ສ່ວນ​ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ຂະ​ນະ​ນີ້, ຜູ້​ຈັດສົ່ງ​ເຄື່ອງ​, ຜູ້​ເຮັດ​ອະ​ນາ​ໄມໃນ​ຕົວ​ເມືອງ, ຜູ້​ຂັບ​ລົດ​ທັກ​ຊີ​ກໍ່​ຄື​ຜູ້​ອອກ​ແຮງ​ງານ​ນັບ​ເປັນ​ແສນ​ເປັນ​ລ້ານ​ຄົນ ຍັງ​ພວມ​ຫ້າວ​ຫັນ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ຢູ່, ພວກ​ເຮົາ​ຄວນ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຜູ້​ປະ​ດິດ​ສ້າງ ​ແລະ​ຜູ້​​ປະ​ຕິ​ບັດ​ໜ້າ​ທີ່​ເພື່ອ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ເຫຼົ່າ​ນີ້ ເຊິ່ງວຽກ​ງານ​ຂອງ​ເຂົາ​ເຈົ້າ​ໜ້າ​​ຍ້ອງ​ຍໍສັນ​ລະ​ເສີນ.

ເມື່ອ​ເລັ່ງ​ສາຍ​ຕາ​ໄປ​ທົ່ວ​ໂລກ, ຈະ​ເຫັນ​ໄດ້​ວ່າ ພວກ​ເຮົາ​ກຳ​ລັງ​ຜະ​ເຊີນ​ກັບ​ສະ​ພາບ​ການ​ທີ່​ບໍ່​ເຄີຍ​ພົບ​ພໍ້​ໃນ​ຕະ​ຫຼອດໄລ​ຍະ​ຮ້ອຍ​ປີ​ມານີ້. ບໍ່​ວ່າ​ສະ​ຖາ​ນະ​ການ​ໂລກ​ຈະ​ປ່ຽນ​ແປງ​ແນວ​ໃດ, ຄວາມ​ໝັ້ນ​ໃຈ​ ແລະ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ນັ້ນ​ຈະ​ບໍ່​ມີ​ການ​ປ່ຽ​ນ​ແປງ, ຄວາມ​ຈິງ​ໃຈ​ແລະ​ເຈດ​ຕະ​ນາ​ດີ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ ຊຸກ​ຍູ້​ການ​ພັດ​ທ​ະນາ​ຮ່ວມ​ກັນ​ນັ້ນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ. ພວກ​ເຮົາ​ຈະ​ຕັ້ງ​ໜ້າ​​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ “ໜຶ່ງ​ແລວ ໜຶ່ງ​ເສັ້ນ​ທາງ”, ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ສ້າງ​ໂລກ​ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສວຍ​ງາມກວ່າ​ເກົ່າ.

ສຽງ​ລະ​ຄັງ​ແຫ່ງ​ປີ​ໃໝ່ນີ້​ໃກ້​ຈະ​ດັງ​ຂຶ້ນ​ແລ້ວ, ໃຫ້​ພວກ​ເຮົາ​ຈົ່ງ​ຕ້ອນ​ຮັບ​ປີ​ໃໝ່​ປີ 2019 ​ທີ່​ກຳ​ລັງ​ຈະ​ມາ​ເຖິງ ​ດ້ວຍ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຫວັງ​ອັນ​ເຕັມ​ປ່ຽມ!

ຂໍ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ໃຫ້​ຈີນ! ຂໍ​ອວຍ​ພອນ​​ໄຊ​ອັນ​ປະ​ເສີດ​ໃຫ້ໂລກ!

ຂໍ​ຂອບ​ໃຈ.

 

ຄຳ​ເຫັນ

0