李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມຣິ​ກາ​ຢ້ຽມ​ຢາມ​ອີ​ຣັກ​ໂດຍ​ບັງ​ເອີນ

2019-01-10 12:50:22 cri

ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 9 ມັງ​ກອນ​ນີ້, ທ່ານໄມ​ກ໌ ພົມ​​ເພວ,  ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ເຂດ​ຕາ​ເວັນ​ອອກ​ກາງ​ນັ້ນ, ​ໄດ້​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ແບັກ​ແດດ ຂອງ​ອີ​ຣັກ​ໂດຍ​ບັງ​ເອີນ, ​ໄດ້ພົບ​ປະ​ກັບຜູ້​ນຳ​ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ອີ​ຣັກ, ສອງ​ຝ່າຍ​ໄດ້​​ປຶກ​ສາຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ, ເຊັ່ນ​ການ​ຮ່ວມ​ມືໃນ​ການຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ແລະ​ອື່ນໆ.

ມື້​ດຽວ​ກັນ, ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ອອກ​ຖະ​ແຫຼງ​ການ​ວ່າ, ​ໃນເວ​ລາ​ພົບ​ປະກັບ​ທ່ານໄມ​ກ໌ ພົມ​ເພ​ວ, ທ່ານ​ບາ​ຮາມ ຊາ​​ລີ, ປະ​ທາ​ນາທິ​ບໍ​ດີ​ອີ​ຣັກ​ກ່າວ​ວ່າ, ຫວັງ​ວ່າ, ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ແລະ​ພ​າກ​ພື້ນ, ​ຈະ​ສາ​ມາດ​ຫຼຸດ​ຜ່ອນ​ຄວາມ​ບໍ່​ໝັ້ນ​ທ່ຽງ​ຂອງ​ໂລກ​ອາ​ຣັບ, ແກ້​ໄຂ ແລະ​ເອົາ​ຊະ​ນະ​ລັດ​ທິ​ຫົວ​ຮຸນ​ແຮງແລະ​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​ເຖິງ​ຖອງ. ທ່ານ​ພົມ​ເພວ​ກ່າວ​ວ່າ, ອີ​ຣັກ​ແມ່ນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ​ອາ​ເມ​ຣິ​ກາ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ​ແລະ​ຄວາມໝັ້ນ​ຄົງ, ອາ​ເມ​ລິ​ກາ​ຍິນ​ດີ​ລົງ​ທຶນ​ເຂົ້າ​ໃນ​ການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອີ​ຣັກ, ໂດຍ​ສະ​ເພາະ​​ຊ່ວຍ​ສ້າ​ງ​ສາ​ພັດ​ທະ​ນາ​ຄືນ​ໃໝ່​ຂອງ​ຕົວ​ເມືອງ​ທີ່​ປົດ​ປ່ອຍ​​ໄດ້ຈາກ​​ກຸ່ມ IS.

ທ່ານ​ພົມ​ເພວ ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ອັບ​ເດວ ອັບ​ດຸນ ມາ​ຣ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ, ທ່ານ​ໂມ​ຮາ​ເມັດ ອັນ ​ຮາ​ບູ​ຊີ, ປະ​ທານ​ສະ​ພາ​ແລະ​ທ່ານ​ມູ​ຮາ​ມັດ ອາ​ລີ ອັນ ຮາ​ຄິມ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣັກ.

ມື້​ດຽວ​ກັນ, ທ່ານ​ພົມ​ເພວກ່າວ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ, ​ທ່ານ​ຫວັງ​ໃຫ້​ສອງ​ປະ​ເທດ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ບັນ​ຫາ​ພາກ​ພື້ນ​ທີ່​ສຳ​ຄັນ.

ຄຳ​ເຫັນ

0