李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ລີ​ບາ​ບາ​ຄຼາວ​ຄອມ​ພິວຕີງ​ສ້າງ​ຕັ້ງສູນ​ຂໍ້​ມູນ​ແຫ່ງ​ທີ 2 ​ຢູ່​ອິນ​ໂດ​ເນ​ເຊຍ

2019-01-10 12:18:14 cri

    ບໍ​ລິ​ສັດອາ​ລີ​ບາ​ບາ​ຄຼາວ​ຄອມ​ພິວ​​ຕີງ​ທີ່​ຂຶ້ນ​ກັບ​ກຸ່ມ​ອາ​ລີ​ບາ​ບາ ໄດ້ປະ​ກາດ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 9 ມັງ​ກອນນີ້​ວ່າ ໄດ້​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ແຫ່ງ​ທີ 2 ຢູ່​ອິນ​ໂດ​ເນ​ເຊຍ​ ໂດຍ​ຈະ​ເພີ່ມ​ຄວາມ​ສາ​ມາດ​ບໍ​ລິ​ການ​ຢູ່​ທ້ອງ​ຖິ່ນ​ໃຫ້ຫຼາຍ​ຂຶ້ນ 1 ເທົ່າ. ຂະ​ນະ​ດຽວ​ກັນ, ໄດ້​ວາງ​ແຜນ​ການ​ເລັ່ງ​ຄວາມ​ໄວ​​ທີ່​ສຸດ​ຂອງ​ໂລກ​ດ້ານ​ອິນ​ເຕີ​ເນັດ ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກ ເພື່ອ​ຊ່ວຍ​ອິນ​ໂດ​ເນ​ເຊຍປະ​ຕິ​ບັດ​ “ແຜນ​ການ​ວິ​ໄສ​ທັດ​ການ​ກ້າວ​ສູ່​ດິ​ຕິ​ຕອນ 2020”.

    ເມື່ອ 10 ເດືອນ​ກ່ອນ, ບໍ​ລິ​ສັດ​ອາ​ລີ​ບາ​ບາ​ຄຼາວ​ຄອມ​ພິວ​ຕີງ ໄດ້​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ແຫ່ງ​ທຳ​ອິດ​ຢູ່​ອິນ​ໂດ​ເນ​ເຊຍ. ປັດ​ຈຸ​ບັນ, ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ວິ​ສາ​ຫະ​ກິດ​ພຽງ​ແຫ່ງ​ດຽວ​ທີ່​ໃຫ້​ບໍ​ລິ​ການ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ທີ່​ມີ​ສູນ​ຂໍ້​ມູນ​ຢູ່​ອິນ​ໂດ​ເນ​ເຊຍ.

ຄຳ​ເຫັນ

0