尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ປະ​ກາດ​ຈະ​ລົງ​ໂທດ​ອີ​ຣານ

2019-01-10 11:26:28 cri

ວັນ​ທີ 9 ມັງ​ກອນ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ປະ​ກາດ​ຈະຈັດອົງ​ການຂ່າວ​ລັບ​ແຫ່ງ​ໜຶ່ງ​ຂອງ​ອີ​ຣານ​ແລະ​ບຸກ​ຄົນ 2 ຄົນ​ຂອງ​ອີ​ຣານເຂົ້າໃນ​ບັນ​ຊີ​ລາຍ​ຊື່​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ຈະ​ຖືກ​ລົງ​ໂທດ​. ຝ່າຍ​ອີ​ຣານ​ກ່າວ​ວ່າ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ຕອບ​​ໂຕ້​ຄືນ.
 

ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ວ່າ: ຝ່າຍ​ທີ່​ຈະ​ຖືກ​ລົງ​ໂທດ​ແມ່ນ​ກົມ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ກະ​ຊວງຂ່າວ​ລັບ​ແລະ​ຄວາມ​ໝັ້ນ​ຄົງ​ອີ​ຣານ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່​ນ​ໄດ້​​ເຮັດ​ຂຶ້ນໃນ​ວັນ​ທີ 8 ມັງ​ກອນ​ນີ້,ແລະ​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 9 ມັງ​ກອນ​ນີ້​ເປັນ​ຕົ້ນ​ໄປ. ເຊິ່ງມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​ກາ​ນ​ໂຈມ​​ຕີ​ທີ່​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ສະ​ຫະ​ພາບ​ເອີ​ຣົບ.ແຕ່​ສະ​ຫະ​ພາບ​ເອີ​ຣົບ​ບໍ່​ໄດ້​ແຈ້ງ​ລາຍ​ລະ​ອຽດ​ຂອງ​ເຫດ​ໂຈມ​ຕີ​ດັ່ງ​ກ່າວ.
 

ນີ້​ແມ່ນ​ສະ​ຫະ​ພາບ​ເອີ​ຣົບ​ລົງ​ໂທດ​ອີ​ຣານ​ຄັ້ງ​ທຳ​ອິດ​ນັບ​ແຕ່​ໄດ້​ບັນ​ລຸ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​​ອີ​ຣານ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2015 ມາ​ນີ້.

ຄຳ​ເຫັນ

0